ຕໍ່ໜ້າແທ່ນບູຊາເຈົ້າຊີວິດຮຸ່ງ, ທ່ານນາງ ເຈິ່ນທິຈາງ ຮອງປະທານຄະນະຕິດຕໍ່ຊາວຫວຽດນາມ, ປະທານສະມາຄົມແມ່ຍິງຫວຽດນາມ ຢູ່ມາເລເຊຍ ເປັນປະທານຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ປີ 2021 ຢູ່ມາເລເຊຍ, ໄດ້ເປັນປະທານພິທີ ແລະຖະຫວາຍທູບທຽນ. ທີ່ພິທີ, ທ່ານນາງ ເຈິ່ນທິຈາງ ໄດ້ອ່ານຄຳສູດຕອບບຸນແທນຄຸນບັນພະບຸລຸດທີ່ມີຜົນງານສ້າງສາປະເທດຊາດ, ຂັບໄລ່ພວກສັດຕູຜູ້ຮຸກຮານ, ປົກປັກຮັກສາປະເທດຊາດ.

leftcenterrightdel
ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເອກອັກຄະລັດຖະທູດ ເຈິ່ນຫວຽດຖ໋າຍ ພ້ອມກັບພະນັກງານສະຖານທູດ, ອົງການຜູ້ຕາງໜ້າຫວຽດນາມ ແລະຜູ້ແທນຊາວຫວຽດນາມ ໃນບໍລິເວນໄດ້ດໍາເນີນພິທີກຳຢ່າງສົມກຽດ, ຖະຫວາຍທູບທຽນ, ຖະຫວາຍດອກໄມ້, ຕອບບຸນແທນຄຸນຜົນງານຂອງບັນພະບຸລຸດ.

ກ່ອນໜ້ານັ້ນ, ກ່າວຄໍາເຫັນຕໍ່ໜ້າພໍ່ແມ່ປະຊາຊົນ, ທ່ານເອກອັກຄະລັດຖະທູດ ເຈິ່ນຫວຽດຖ໋າຍ ໄດ້ຍົກໃຫ້ເຫັນຄວາມໝາຍຂອງວັນໄຫວ້ບູຊາເຈົ້າຊີວິດຮຸ່ງ, ພ້ອມທັງເນັ້ນໜັກວ່າ ນີ້ແມ່ນກິດຈະກໍາທີ່ມີຄວາມໝາຍທີ່ສຸດ, ເຕົ້າໂຮມຈິດໃຈ ແລະຄຸນຄ່າຂອງຊາວຫວຽດນາມ ຜ່ານການສ້າງປະເທດ ແລະປົກປັກຮັກປະເທດຊາດນັບພັນປີ.

ໂດຍ: ທະນາພອນ