ເນື້ອໃນສານມີຕອນຂຽນວ່າ: ພັກກອມມູນິດຫວຽດນາມ ຊົມເຊີຍໝາກຜົນອັນໃຫຍ່ຫຼວງເຊິ່ງພັກກອມມູນິດກູບາ ບັນລຸໄດ້ໃນວິວັດແຫ່ງການປະຕິບັດແນວທາງການສ້າງຮູບແບບພັດທະນາເສດຖະກິດ-ສັງຄົມ ສັງຄົມນິຍົມໂດຍກອງປະຊຸມໃຫຍ່ ຄັ້ງທີ VI ວາງອອກ, ໄດ້ຮັບການຢັ້ງຢືນຄືນໃໝ່ຢູ່ກອງປະຊຸມໃຫຍ່ ຄັ້ງທີ VII.

leftcenterrightdel
ກົມການເມືອງຊຸດທີ VII ຂອງພັກກອມມູນິດກູບາຢູ່ຄະນະປະທານກອງປະຊຸມໃຫຍ່. ພາບ: ACN/ສໍານັກຂ່າວສານຫວຽດນາມ.

ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ ໃນການສືບຕໍ່ປັບປຸງ ແລະເຮັດໃຫ້ການພົວພັນແບບຢ່າງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຄວາມສາມັກຄີທີ່ສັດຊື່ບໍລິສຸດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນຫວຽດນາມ-ກູບາ ເລິກເຊິ່ງກວ່າອີກ. ອວຍພອນໃຫ້ກອງປະຊຸມໃຫຍ່ ຄັ້ງ VIII ຂອງພັກກອມມູນິດກູບາ ປະສົບຜົນສໍາເລັດຢ່າງຈົບງາມ; ອວຍພອນໃຫ້ພັກ, ລັດ ແລະປະຊາຊົນກູບາ ປະຕິບັດສໍາເລັດມະຕິກອງປະຊຸມໃຫຍ່ ຄັ້ງ VIII, ຍາດໄດ້ຫຼາຍໄຊຊະນະອັນໃຫຍ່ຫຼວງກວ່າເກົ່າໃນວິວັດແຫ່ງການສ້າງສາ ແລະປົກປັກຮັກສາປະເທດກູບາ ທີ່ສວຍງາມ, ເພື່ອເປົ້າໝາຍກໍ່ສ້າງສັງຄົມນິຍົມໃຫ້ຈະເລີນຮຸ່ງເຮືອງ ແລະຍືນຍົງ.

ໂດຍ: ກວຽດເຕີມ