ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ໃນຖານະຕຳແໜ່ງໃໝ່, ທ່ານເອກອັກຄະລັດຖະທູດ Daniel Kritenbrink ຈະສືບຕໍ່ສະໜັບສະໜູນການພົວພັນລະຫວ່າງຫວຽດນາມ-ອາເມລິກາ, ນຳການພົວພັນໃຫ້ພັດທະນາຢ່າງໝັ້ນຄົງ, ຍາວນານ, ແກ້ໄຂບັນດາບັນຫາທາງດ້ານເສດຖະກິດ-ການຄ້າຢ່າງສົມເຫດສົມຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະທ່ານເອກອັກຄະລັດຖະທູດ Daniel Kritenbrink. ພາບ: ຈຸງດວ່ານ.

ສ່ວນທ່ານເອກອັກຄະລັດຖະທູດ Daniel Kritenbrink ຢືນຢັນວ່າ ເຖິງວ່າຈະດຳລົງຕຳແໜ່ງໃດກໍ່ຕາມ, ທ່ານກໍ່ຈະສືບຕໍ່ເປັນເພື່ອນມິດຂອງຫວຽດນາມ ແລະປະກອບສ່ວນໃຫ້ແກ່ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງນັບທັງສອງຝ່າຍ, ພາກພື້ນ ແລະສາກົນ. ທ່ານເອກອັກຄະລັດຖະທູດ Daniel Kritenbrink ເຊື່ອໝັ້ນວ່າ ການພົວພັນສອງປະເທດຈະສືບຕໍ່ພັດທະນາໃນ 25 ປີຕໍ່ໄປ ແລະຍາວໄກກວ່າອີກ, ກາຍເປັນແບບຢ່າງໃນການພົວພັນສາກົນ.

ຍ້ອນມີການປະກອບສ່ວນຢ່າງຕັ້ງໜ້າ ແລະມີປະສິດທິຜົນເຂົ້າໃນການພັດທະນາການພົວພັນຮອບດ້ານຫວຽດນາມ-ອາເມລິກາ, ທ່ານເອກອັກຄະລັດຖະທູດ Daniel Kritenbrink ເປັນກຽດໄດ້ຮັບຫຼຽນໄຊມິດຕະພາບຈາກລັດຫວຽດນາມ.

ໂດຍ: ທະນາພອນ