"ແບບຢ່າງກ່ຽວກັບການຄຸ້ມຄອງບໍລິຫານ"

ຕາມໜັງສືພິມ The Diplomat ແລ້ວ, ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາປະເທດຮັບມືກັບພະຍາດໂຄວິດ-19 ທີ່ມີປະສິດທິຜົນທີ່ສຸດຍ້ອນ “ມີການຮັບມືທີ່ໜ້າປະທັບໃຈ’’. ພ້ອມກັນນັ້ນ, ພື້ນຖານເສດຖະກິດຫວຽດນາມ ກໍ່ບັນລຸລະດັບເຕີບໂຕສູງພໍສົມຄວນເມື່ອທຽບໃສ່ບັນດາປະເທດບ້ານໃກ້ເຮືອນຄຽງ ແລະຄາດວ່າຈະຟື້ນຕົວຢ່າງວ່ອງໄວພາຍຫລັງພະຍາດ. ໃນດ້ານນີ້, ຫວຽດນາມ ແມ່ນ “ແບບຢ່າງກ່ຽວກັບການຄຸ້ມຄອງບໍລິຫານ”.

leftcenterrightdel
ໃນຖານະຕໍາແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມສາ 2021, ຫວຽດນາມ ໄດ້ຈັດວາລະປະຊຸມເປີດຂັ້ນລັດຖະມົນຕີຂອງສະພາຄວາມໝັ້ນຄົງ ສປຊ ໃນຫົວຂໍ້ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ ແລະການຮັກສາສັນຕິພາບແບບຍືນຍົງ: ເພີ່ມທະວີການສະໜິດຕິດພັນ ເພື່ອກະທໍາຢ່າງມີປະສິດທິຜົນກວ່າອີກ” ພາຍໃຕ້ຮູບການໂດຍກົງ ແລະຜ່ານລະບົບທາງໄກໃນວັນທີ 8 ເມສາ ຜ່ານມາ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ໃນຂະນະນັ້ນ, ໃນອາຍຸການເປັນກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ) 2020-2021, ຫວຽດນາມ ເປັນປະທານສະເໜີ ແລະຊຸກຍູ້ເພື່ອເຫັນດີເປັນເອກະພາບໃຫ້ສະມັດຊາໃຫຍ່ ສປຊ ເລືອກເອົາວັນທີ 27 ທັນວາຂອງທຸກປີເປັນວັນສາກົນກຽມພ້ອມຕ້ານພະຍາດ. ນີ້ແມ່ນຕົວຢ່າງພົ້ນເດັ່ນກ່ຽວກັບວິທີທີ່ຫວຽດນາມ ກາຍເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ການເຂົ້າຮ່ວມໃນສັນຍາການຄ້າເສລີ (FTA) ນັບມື້ນັບຫຼາຍຂຶ້ນໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ປາດຖະໜາຢາກເຊື່ອມໂຍງເຂົ້າກັບເສດຖະກິດໂລກຢ່າງເລິກເຊິ່ງກວ່າອີກ. ໜັງສືພິມ The Diplomat ຢັ້ງຢືນວ່າ “ບັນດາຜົນງານດັ່ງກ່າວ ໄດ້ສ້າງພື້ນຖານອັນໝັ້ນແກ່ນ ເພື່ອໃຫ້ຫວຽດນາມ ປະກອບສ່ວນໃນການຄຸ້ມຄອງບໍລິຫານໂລກພາຍຫຼັງພະຍາດໃຫ້ຫຼາຍກວ່າອີກ. ຖ້າກໍາແໜ້ນໂອກາດດັ່ງກ່າວ, ຫວຽດນາມ ທັງສາມາດຍົກສູງພາບພົດສາກົນ ແລະທັງສວມບົດບາດຕັ້ງໜ້າກວ່າອີກໃນບັນຫາຕ່າງໆຂອງໂລກ.

ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ສິ່ງທ້າທາຍ, ໃນນັ້ນມີການປ່ຽນແປງຂອງດິນຟ້າອາກາດ ແລະໂລກລະບາດ. ໃນສະພາບຕົວຈິງ, ຍ້ອນທີ່ຕັ້ງພູມີປະເທດ, ສະນັ້ນຫວຽດນາມ ຈຶ່ງເປັນໜຶ່ງໃນບັນດາປະເທດໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຢ່າງໜັກໜ່ວງ. ໄພແຫ້ງແລ້ງ ແລະໄພນໍ້າຖ້ວມນັບມື້ນັບຮ້າຍແຮງຂຶ້ນພ້ອມກັບຈຳນວນລູກພະຍຸທີ່ກຳລັງເພີ່ມຂຶ້ນພວມເປັນໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນຫວຽດນາມ ຫຼາຍຄົນ. ໜັງສືພິມ The Diplomat ເນັ້ນໜັກວ່າ “ໜຶ່ງໃນບັນດາວິທີການທີ່ເປັນໄປໄດ້ທີ່ສຸດ ເພື່ອໃຫ້ຫວຽດນາມ ສາມາດຢຶດໝັ້ນຕໍ່ໄພຂົ່ມຂູ່ດັ່ງກ່າວແມ່ນການເຂົ້າຮ່ວມການເຄື່ອນໄຫວຄຸ້ມຄອງບໍລິຫານພາກພື້ນ ແລະທົ່ວໂລກ. ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມການຮັບມືກັບໄພຂົ່ມຂູ່ທົ່ວໂລກ, ຫວຽດນາມ ຈະມີກາລະໂອກາດຖອດຖອນບົດຮຽນຈາກປະເທດທີ່ພັດທະນາອື່ນຫຼາຍກວ່າອີກ ກໍ່ຄືໄດ້ຮັບການໜູນຊ່ວຍຈາກເຂົາເຈົ້າ”.

"ຄວາມໂດດເດັ່ນຂອງຫວຽດນາມ"

ຕາມໜັງສືພິມ The Diplomat ແລ້ວ, ປະຈຸບັນ, ຫວຽດນາມ ແມ່ນສະມາຊິກຂອງເກືອບທັງໝົດອົງການຈັດຕັ້ງສາກົນໃຫຍ່ ເຊິ່ງແມ່ນ "ເຄື່ອງມືທີ່ຂາດບໍ່ໄດ້" ໃນການແກ້ໄຂບັນຫາທົ່ວໂລກ. ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ສ້າງຂີດໝາຍຫຼາຍຢ່າງໃຫ້ແກ່ອົງການຈັດຕັ້ງນີ້, ພິເສດແມ່ນໃນອາຊຽນ ແລະສະຫະປະຊາຊາດ. ຫວຽດນາມ ໄດ້ປັບປຸງຖານະບົດບາດສາກົນຂອງຕົນ ເມື່ອດໍາລົງຕໍາແໜ່ງປະທານອາຊຽນ 2020 ສຳເລັດຜົນໃນສະພາບທີ່ຫຍຸ້ງຍາກຂອງພະຍາດ. ພ້ອມກັນນັ້ນ, ການເຂົ້າຮ່ວມຢ່າງຕັ້ງໜ້າຢູ່ ສປຊ, ພິເສດແມ່ນໃນຂົງເຂດຮັກສາສັນຕິພາບ, ແມ່ນການສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບ “ຄວາມໂດດເດັ່ນຂອງຫວຽດນາມ”. ໜັງສືພິມ The Diplomat ຢັ້ງຢືນວ່າ “ເສີມຂະຫຍາຍຜົນສໍາເລັດທີ່ບັນລຸໄດ້ໃນມໍ່ໆມານີ້ຈະສ້າງພື້ນຖານ ເພື່ອໃຫ້ຫວຽດນາມ ປະກອບສ່ວນເຂົ້າໃນການຄຸ້ມຄອງບໍລິຫານທົ່ວໂລກຢ່າງແທດຈິງກວ່າອີກ”.

ເຖິງວ່າສາມາດຄວບຄຸມພະຍາດໂຄວິດ-19 ໄດ້ດີພໍສົມຄວນແລ້ວກໍ່ຕາມ, ແຕ່ຫວຽດນາມ ຍັງໄດ້ຮັບຜົນກະທົບຫຍໍ້ທໍ້ຈາກພະຍາດ. ຍ້ອນເຫດນັ້ນ, ຕາມໜັງສືພິມ The Diplomat ແລ້ວ, ສິ່ງສຳຄັນແມ່ນຫວຽດນາມ ຄວນຫັນແຫຼ່ງກໍາລັງຕ່າງໆໃຫ້ໄດ້ຫຼາຍທີ່ສຸດ, ຮັບປະກັນໃຫ້ປະເທດກັບຄືນສູ່ສະພາບປົກກະຕິ, ທັງດ້ານເສດຖະກິດ ແລະສັງຄົມໂດຍໄວ. ໃນສະພາບຕົວຈິງ, ລັດຖະບານຫວຽດນາມ ໄດ້ເລີ່ມຜັນຂະຫຍາຍຂະບວນການສັກຢາວັກຊິນກັນໂຄວິດ-19 ຕັ້ງແຕ່ເດືອນມີນາຜ່ານມາແລ້ວ, ດ້ວຍຄວາມຫວັງຈະຄວບຄຸມພະຍາດດັ່ງກ່າວໃຫ້ໄດ້ຢ່າງສົມບູນ. ໜັງສືພິມ The Diplomat  ສັງເຂບວ່າ “ເມື່ອຄວບຄຸມພະຍາດໄດ້ຢ່າງສົມບູນແລ້ວ, ຫວຽດນາມ ອາດຈະມີແຫຼ່ງກໍາລັງ ເພື່ອເປັນເຈົ້າການເຄື່ອນໄຫວຄຸ້ມຄອງບໍລິຫານຢູ່ທັງລະດັບພາຍໃນ ແລະທົ່ວໂລກ... ພິຈາລະນາເຖິງສິ່ງທີ່ບັນລຸໄດ້ຈົນເຖິງປະຈຸບັນ, ຫວຽດນາມ ອາດຈະມີຄວາມໝັ້ນໃຈກວ່າອີກ,  ໄດ້ຮັບຄວາມນິຍົມນັບຖືກວ່າອີກໃນເວທີສາກົນ”.

ໂດຍ: ທະນາພອນ