ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊົມເຊີຍທ່ານເອກອັກຄະລັດຖະທູດທີ່ປະຕິບັດສຳເລັດອາຍຸການຂອງຕົນຢູ່ຫວຽດນາມ; ຮັບຮູ້ ແລະຕີລາຄາຢ່າງຕັ້ງໜ້າຕໍ່ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດທີ່ມີຕໍ່ການພັດທະນາລະຫວ່າງສອງປະເທດນັບມື້ນັບແທດຈິງ ແລະມີປະສິດທິຜົນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ຫວຽດນາມ ມີຄວາມປາດຖະໜາກຢາກເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະອາເມລິກາ ກວ່າອີກ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານ Daniel J. Kritenbrink ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Daniel J. Kritenbrink ເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ການພັດທະນາຢ່າງຂະຫຍັນຂັນເຄື່ອນ, ມີບົດບາດ, ທີ່ຕັ້ງ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ໃນບັນດາບັນຫາຢູ່ພາກພື້ນ ແລະໃນໂລກ, ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການນຳທີ່ມີ “ຍຸດທະສາດ, ກໍາລັງຄວາມສາມາດ ແລະແທດຈິງ”, ຫວຽດນາມ ຈະສືບຕໍ່ບັນລຸໄດ້ບາດກ້າວພັດທະນາຢ່າງແຮງກວ່າອີກ.

ທ່ານເອກອັກຄະລັດຖະທູດ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຫັນປະຈັກຕາການພັດທະນາຢ່າງຕັ້ງໜ້າ, ແທດຈິງ ແລະມີປະສິດທິຜົນຂອງການພົວພັນຫວຽດນາມ-ອາເມລິກາ ໃນໄລຍະຜ່ານມາ ແລະມີຄວາມເອກອ້າງທະນົງໃຈເມື່ອໄດ້ປະກອບສ່ວນໂດຍກົງເຂົ້າໃນຜົນງານນັ້ນ; ພ້ອມກັນນັ້ນທ່ານກໍ່ຢັ້ງຢືນຄືນໃໝ່ວ່າ ອາເມລິກາ ຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ ເລິກເຊິ່ງກວ່າອີກ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບລະບຽບການການເມືອງຂອງກັນ. ທ່ານເອກອັກຄະລັດຖະທູດ ມີຄວາມປະເອີບໃຈຕໍ່ແງ່ຫວັງໃນການພົວພັນລະຫວ່າງສອງປະເທດ ແລະໃຫ້ຄຳໝັ້ນສັນຍາວ່າໃນຖານະຕຳແໜ່ງຈະມາເຖິງ, ທ່ານຈະສືບຕໍ່ສະໜັບສະໜູນ ແລະປະກອບສ່ວນໃຫ້ແກ່ການພົວພັນລະຫວ່າງຫວຽດນາມ ແລະອາເມລິກາ.

ໂດຍ: ທະນາພອນ