ທີ່ການສົນທະນາ, ລັດຖະມົນຕີການຕ່າງປະເທດຂອງສາມປະເທດ ໄດ້ຊົມເຊີຍທ່ານ ບຸ່ຍແທງເຊີນ ຫາກໍ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງລັດຖະມົນຕີການຕ່າງປະເທດຫວຽດນາມ; ຊົມເຊີຍຜົນງານຂອງຫວຽດນາມໃນການຄວບຄຸມພະຍາດໂຄວິດ-19 ແລະພັດທະນາເສດຖະກິດ-ສັງຄົມ; ກໍ່ຄືການພົວພັນຕ່າງປະເທດທີ່ພົ້ນເດັ່ນໃນໄລຍະຜ່ານມາ, ພິເສດແມ່ນຜົນສຳເລັດໃນການດຳລົງຕໍາແໜ່ງເປັນປະທານອາຊຽນ 2020 ແລະສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ສະໄໝ 2020-2021.

leftcenterrightdel
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ສົນທະນາທາງໄກກັບລັດຖະມົນຕີການຕ່າງປະເທດ 3 ປະເທດ ອົດສະຕາລີ, ມາເລເຊຍ ແລະຟີລິບປີນ. ພາບ: baoquocte.vn.

ທ່ານລັດຖະມົນຕີ ບຸ່ຍແທງເຊີນ ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາທີ່ຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ກັບອົດສະຕາລີ, ມາເລເຊຍ ແລະຟີລິບປີນ ໃນໄລຍະຜ່ານມາ, ພິເສດແມ່ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການເພີ່ມທະວີ, ການຄ້າ-ການລົງທຶນສືບຕໍ່ໄດ້ຮັບການຮັກສາ ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍຂອງພະຍາດໂຄວິດ-19.

ບັນດາລັດຖະມົນຕີເຫັນດີເປັນເອກະພາບນໍາກັນວ່າ ໃນໄລຍະຈະມາເຖິງຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການພົວພັນກັບຫວຽດນາມ ໃນທຸກດ້ານໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໃນນັ້ນສຸມໃສ່ເຂົ້າໃນບັນດາຈຸດສຸມ ຄື: ຊຸກຍູ້ການແລກປ່ຽນຄະນະຜູ້ແທນເມື່ອສາມາດເປັນໄປໄດ້, ເພີ່ມທະວີການພົບປະຂັ້ນສູງ ແລະທຸກຂັ້ນພາຍໃຕ້ບັນດາຮູບການຢ່າງມີໄຫວພິບ; ຜັນຂະຫຍາຍກົນໄກຮ່ວມມື ແລະຂໍ້ຕົກລົງສອງຝ່າຍຢ່າງມີປະສິດທິຜົນ; ຊຸກຍູ້ ແລະເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເລິກເຊິ່ງຂຶ້ນຕື່ມ; ສືບຕໍ່ໜູນຊ່ວຍເຊິ່ງກັນ ແລະກັນກ່ຽວກັບຜະລິດຕະພັນກະເສດ-ສິນໃນນໍ້າສົ່ງອອກ, ການຄ້າ-ການລົງທຶນ ແລະການຮ່ວມມື ODA... ບັນດາລັດຖະມົນຕີເຫັນດີເປັນເອກະພາບນໍາກັນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ກໍ່ຄືໃນບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ໄຊຊະນະ