leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດ ຢ້ຽມຢາມຫໍມູນເຊື້ອຂອງຄະນະພັກນະຄອນດ່ານັ້ງ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວນຟຸກ ຕີລາຄາສູງຕໍ່ໝາກຜົນທີ່ບັນລຸໄດ້ຂອງນະຄອນດ່ານັ້ງ ແລະແຂວງກວ໋າງນາມ ໃນໄລຍະຜ່ານມາ. ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ, ດ່ານັ້ງ ແມ່ນນະຄອນໃຈກາງຂອງພາກກາງ. ດ່ານັ້ງ ແລະກວ໋າງນາມ ເປັນກໍາລັງຫຼັກແຫຼ່ງໃນການເຕີບໂຕຂອງພາກກາງ ແລະແມ່ນຂົ້ວເຕີບໂຕສໍາຄັນຂອງທົ່ວປະເທດ. ຕາມທ່ານປະທານປະເທດ ແລ້ວ, ກວ໋າງນາມ ແລະດ່ານັ້ງ ຕ້ອງມີຄວາມຄາດຫວັງ, ສ້າງຂີດໝາຍທີ່ເປັນເອກະລັກສະເພາະ, ກາຍເປັນບ່ອນທີ່ໜ້າຢູ່; ມານະພະຍາຍາມຮ່ວມແຮງຮ່ວມໃຈກັນກໍ່ສ້າງປະເທດຫວຽດນາມ ທີ່ເຂັ້ມແຂງແຮງກ້າ. ພິເສດແມ່ນໃນໄລຍະຫຼັງໂຄວິດ-19, ສອງທ້ອງຖິ່ນຄວນສູ້ຊົນໃຫ້ກາຍເປັນສະຫວັນແຫ່ງການທ່ອງທ່ຽວທີ່ປອດໄພຂອງສາກົນ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ສອງທ້ອງຖິ່ນຕ້ອງສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດທີ່ສະດວກ, ຕ້ານປະກົດການຫຍໍ້ທໍ້, ຜົນປະໂຫຍດກຸ່ມກ້ອນໃນວິວັດແຫ່ງການລົງທຶນ, ສ້າງຄວາມເຊື່ອໝັ້ນ ແລະສະພາບແວດລ້ອມແຫ່ງການລົງທຶນໃໝ່, ຕ້ອງມີຄວາມສະເໝີຕົ້ນສະເໝີປາຍກັບທັດສະນະປົກປ້ອງສິດຊັບສິນທາງດ້ານວັດຖຸ ແລະສິດເສລີໃນການດໍາເນີນທຸລະກິດຂອງພົນລະເມືອງ, ວິສາຫະກິດບໍ່ວ່າຈະຢູ່ໃນສະພາບການໃດກໍ່ຕາມ; ຕ້ອງເຄົາລົບຄໍາໝັ້ນສັນຍາກັບນັກລົງທຶນ, ສ້າງຄວາມເຊື່ອໝັ້ນຕໍ່ປະຊາຊົນ ແລະວິສາຫະກິດ; ຫຼີກລ້ຽງການບ່າຍບ່ຽງຄວາມຮັບຜິດຊອບ, ຂາດການສົມທົບກັນລະຫວ່າງບັນດາອົງການ, ກົມກອງ, ລະຫວ່າງສູນກາງ ແລະທ້ອງຖິ່ນ; ປະຕິບັດລະບອບ, ນະໂຍບາຍໃຫ້ແກ່ຜູ້ອອກແຮງງານໃຫ້ເປັນຢ່າງດີ, ສ້າງສະພາບແວດລ້ອມເຮັດວຽກທີ່ດີກວ່າເພື່ອແນໃສ່ເພີ່ມສະມັດຕະພາບແຮງງານ, ພັດທະນາເສດຖະກິດສັງຄົມ...

ໂດຍ: ໄຊຊະນະ