ໃນການສົນທະນາທາງໂທລະສັບ, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບວ່າໃນໄລຍະຈະມາເຖິງສອງຝ່າຍຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກ ເພື່ອຮັບມືກັບສິ່ງທ້າທາຍລວມ, ຍາດແຍ່ງເອົາແຫຼ່ງກໍາລັງສາກົນໃຫ້ໄດ້ຢ່າງສຸດຂີດ ເພື່ອຮັບໃຊ້ພາລະກິດແຫ່ງການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ ກໍ່ຄືການຮ່ວມມືລະຫວ່າງສອງປະເທດ.

leftcenterrightdel
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົນທະນາທາງໂທລະສັບກັບທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ພາບ: baochinhphu.vn.

ນາຍົກລັດຖະມົນຕີສອງທ່ານກໍ່ເຫັນດີເປັນເອກະພາບຍົກສູງປະສິດທິຜົນການສົມທົບກັນລະຫວ່າງສອງລັດຖະບານກວ່າອີກ. ປະຕິບັດບັນດາຂໍ້ຕົກລົງຂັ້ນສູງ ແລະໝາກຜົນກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ ຄັ້ງທີ 43 ໃຫ້ເປັນຢ່າງດີ; ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືໃນທຸກໆຂົງເຂດດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄ້າ, ການລົງທຶນ, ການຮ່ວມມືພັດທະນາ...; ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດອາຊຽນ ແລະການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ. ສອງຝ່າຍເຫັນດີເປັນເອກະສັນສົມທົບກັນກະກຽມກິດຈະກໍາຕ່າງໆເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ໃນປີ 2022.

ທ່ານ ຟ້າມມີງຈິ໊ງ ໄດ້ເຊື້ອເຊີນທ່ານ ພັນຄໍາ ວິພາວັນ ມາຢ້ຽມຢາມຫວຽດນາມ. ສ່ວນທ່ານ ພັນຄໍາ ວິພາວັນ ກໍ່ເຊື້ອເຊີນ ແລະສະແດງຄວາມປາດຖະໜາຢາກຕ້ອນຮັບທ່ານ ຟ້າມມີງຈິ໊ງ ມາຢ້ຽມຢາມລາວ ໃນເວລາທີ່ເໝາະສົມ. ເນື່ອງໃນໂອກາດບຸນປີໃໝ່ລາວ, ທ່ານ ຟ້າມມີງຈິ໊ງ ໄດ້ສົ່ງຄໍາອວຍພອນທີ່ດີງາມທີ່ສຸດເຖິງການນໍາ ແລະປະຊາຊົນລາວ.

ໂດຍ: ຫງວຽນກຸກ