ສື່ມວນຊົນສິງກະໂປ ຕີລາຄາສູງຖັນແຖວການນໍາໃໝ່ຂອງຫວຽດນາມ
ກປ.ອອນໄລ - ວັນທີ 5 ເມສາ, ເວັບໄຊຂອງສະຖາບັນຄົ້ນຄວ້າບັນດາບັນຫາສາກົນ S. Rajaratnam Singapore (RSIS) ໄດ້ລົງບົດຂຽນຂອງທ່ານ Yang Razali Kassim ຕີລາຄາບັນດາຄວາມໝາຍເຊິ່ງຖັນແຖວການນໍາໃໝ່ຂອງຫວຽດນາມ ຈະນໍາມາເຊິ່ງການພັດທະນາປະເທດຊາດ.
ບົດຂຽນຢັ້ງຢືນຄວາມໝາຍສຳຄັນທີ່ສຸດແມ່ນຖັນແຖວການນໍາໃໝ່ຂອງຫວຽດນາມ ເປັນຂີດໝາຍການສົມທົບລະຫວ່າງປັດໄຈບົດຮຽນ ແລະຄວາມໃໝ່ອ່ຽມ. ບົດຂຽນສະແດງຄວາມເຊື່ອໝັ້ນວ່າຖັນແຖວການນໍາໃໝ່ຈະນໍາຫວຽດນາມ ກາຍເປັນປະເທດສວມບົດບາດ, ທີ່ຕັ້ງພົ້ນເດັ່ນກວ່າອີກໃນພາກພື້ນ.
    |
 |
ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີ ມອບຊໍ່ດອກໄມ້ໃຫ້ທ່ານ ຫງວຽນຊວນຟຸກ ປະທານປະເທດ ອາຍຸການ 2016-2021. ພາບ: qdnd.vn. |
ບົດຂຽນຖືວ່າ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຈະສືບຕໍ່ຕິດຕາມກວດກາການຍູ້ແຮງການກໍ່ສ້າງ, ປັບປຸງພັກ ແລະການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ. ທ່ານ ຫງວຽນຊວນຟຸກ ປະທານປະເທດ ຈະນໍາໃຊ້ບົດຮຽນຂອງຕົນໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີ ເພື່ອເປີດກວ້າງ ແລະເພີ່ມທະວີການພົວພັນຂອງຫວຽດນາມ ກັບປະເທດຕ່າງໆ.
ດ້ວຍນິດໄສແນ່ວແນ່ຂອງທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີ ແມ່ນປັດໄຈທີ່ຈໍາເປັນເພື່ອກາຍເປັນການນໍາສູງສຸດຂອງລັດຖະບານ, ຊ່ວຍປະຕິບັດເປົ້າໝາຍສໍາຄັນແຖວໜ້າຂອງຖັນແຖວການນໍາໃໝ່ຂອງຫວຽດນາມ ແມ່ນຊີ້ນຳ ແລະບໍລິຫານປະເທດຊາດມຸ່ງໄປເຖິງເປົ້າໝາຍຄວບຄູ່ແມ່ນທັງຍູ້ຖອຍ ແລະສະກັດກັ້ນພະຍາດໂຄວິດ-19, ທັງຮັກສາ ແລະຊຸກຍູ້ການເຕີບໂຕເສດຖະກິດ.
ໂດຍ: ເຈິ່ນຮວ່ຽນ