ເນື້ອໃນໂທລະເລກຊົມເຊີຍຂອງທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ລາວ ລະບຸວ່າ: "ໃນນາມສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ຊາບຂ່າວວ່າ ສະຫາຍໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນກອງປະຊຸມສະໄໝສາມັນ ເທື່ອທີ 11 ຂອງສະພາແຫ່ງຊາດ ຊຸດທີ XIV, ໃນວັນທີ 31 ມີນາ 2021. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະອວຍພອນໄຊອັນປະເສີດມາຍັງສະຫາຍ ມານະໂອກາດນີ້. ດ້ວຍການທີ່ສະຫາຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕໍາແໜ່ງທີ່ສຳຄັນດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຢ່າງສູງສຸດຈາກພັກ, ລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດ ແລະປະຊາຊົນຫວຽດນາມອ້າຍນ້ອງຜູ້ທີ່ມີປະສົບການສູງ, ບົດຮຽນອັນອຸດົມສົມບູນ ແລະພົ້ນເດັ່ນຂອງສະພາແຫ່ງຊາດໃນໄລຍະຜ່ານມາ.

leftcenterrightdel
ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ  ກ່າວຄໍາເຫັນພາຍຫຼັງພິທີສາບານຕົວດໍາລົງຕໍາແໜ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ ດ້ວຍຄວາມຮູ້ຄວາມສາມາດ, ບົດຮຽນອັນລໍ້າຄ່າ ແລະປະສົບການອັນອຸດົມສົມບູນຂອງສະຫາຍ, ສະຫາຍ ຈະນໍາພາສະພາແຫ່ງຊາດຫວຽດນາມ ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ຂອງອົງການນິຕິບັນຍັດທີ່ມີກຽດສະຫງ່າ ແລະສູງສົ່ງດ້ວຍຜົນສຳເລັດອັນຈົບງາມ ກໍຄືການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ, ເຊີດຊູຖານະບົດບາດຂອງປະເທດຊາດຫວຽດນາມ ນັບມື້ຍິ່ງພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນ. ພ້ອມດຽວກັນນີ້, ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະລະຫວ່າງສອງສະພາແຫ່ງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ຈະໄດ້ຮັບການສືບຕໍ່ຂະຫຍາຍຕົວໃຫ້ເຂົ້າສູ່ລວງເລິກ ແລະແຕກດອກອອກຜົນຍິ່ງໆຂຶ້ນ".

ໃນວັນດຽວກັນ, ທ່ານ Li Zhanshu ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ທ່ານ Santo Akido ປະທານສະພາສູງຍີ່ປຸ່ນ ແລະທ່ານ Oshima Tadamori ປະທານສະພາຕໍ່າຍີ່ປຸ່ນ ໄດ້ສົ່ງໂທລະເລກຊົມເຊີຍມາຍັງທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ.

ໂດຍ: ທູຈາງ