ທີ່ກອງປະຊຸມ, ຝ່າຍຝະລັ່ງ ໄດ້ຢັ້ງຢືນການຖືເປັນສຳຄັນການຮ່ວມມືກັບອາຊຽນ ແລະເນັ້ນໜັກວ່າ ອາຊຽນ ສວມບົດບາດສຳຄັນໃນການຮັກສາຄວາມໝັ້ນຄົງດ້ານການເມືຶອງ ແລະເສດຖະກິດຂອງພາກພື້ນ ແລະປາດຖະໜາຢາກເຂົ້າຮ່ວມວິວັດການໂດຍອາຊຽນ ນຳພາຢ່່າງເລິກເຊິ່ງ ແລະກວ້າງຂວາງກວ່າ.

ຫວຽດນາມ ໄດ້ຕາງໜ້າບັນດາປະເທດອາຊຽນ ຂໍສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ເລື່ອງຝະລັ່ງ ກາຍເປັນຄູ່ຮ່ວມມືພັດທະນາຂອງອາຊຽນ, ຂອບອົກຂອບໃຈຕໍ່ການໜູນຊ່ວຍຂອງຝະລັ່ງທີ່ສະຫງວນໃຫ້ບັນດາປະເທດອາຊຽນ ຜ່ານອົງການພັດທະນາຝະລັ່ງ (AFD) ໃນ 25 ປີຜ່ານມາ, ພິເສດໃນບັນດາຂົງເຂດເຊື່ອມໂຍງເສດຖະກິດພາກພື້ນ, ການສຶກສາ, ສິ່ງ ແວດລ້ອມ ແລະການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີລະບອບລະບຽບການ/ສ້າງກຳລັງຄວາມສາມາດ.

leftcenterrightdel
ກອງປະຊຸມຄັ້ງປະຖົມມະເລີກ ຄະນະກຳມະການຮ່ວມມືພັດທະນາອາຊຽນ-ຝະລັ່ງ (AF-DPC) ໄດ້ດໍາເນີນຜ່ານລະບົບທາງໄກ. ພາບ: baoquocte.vn.

ອາຊຽນ ກໍ່ສະເໜີຝະລັ່ງ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຫັນເປັນດີຈີຕອນ, ການທ່ອງທ່ຽວ ແລະການພົບປະແລກປ່ຽນວັດທະນະທຳ, ການສຶກສາດ້ານເຕັກນິກ, ພ້ອມທັງໜູນຊ່ວຍບັນດາກົນໄກ ແລະຂໍ້ລິເລີ່ມອື່ນໆຂອງອາຊຽນ, ຄືເຄືອຂ່າຍນະຄອນອັດສະລິຍະອາຊຽນ (ASCN). ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບພ້ອມກັນມານະພະຍາຍາມຍູ້ແຮງການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງກຳນົດ ແລະສຸມໃສ່ຜັນຂະຫຍາຍບາງຂົງເຂດທີ່ໃຫ້ບູລິມະສິດໃນສະພາບການປະຈຸບັນ.

ແມ່ນໜຶ່ງໃນບັນດາປະເທດສະມາຊິກຂອງສະຫະພາບເອີລົບ (EU), ຝະລັ່ງ ເຂົ້າຮ່ວມ ແລະສະໜັບສະໜູນການພົວພັນຄູ່ຮ່ວມມືເຈລະຈາອາຊຽນ-ອີຢູ. ຄຽງຄູ່ກັນນັ້ນ, ຝະລັ່ງ ກໍ່ເອົາໃຈໃສ່ພັດທະນາການພົວພັນຮ່ວມມືໂດຍກົງກັບອາຊຽນ. ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 53 ໂດຍຫວຽດນາມເປັນປະທານ (ກັນຍາ 2020) ໄດ້ເຫັນດີເປັນເອກະພາບຮັບຮອງເອົາຝະລັ່ງ ແມ່ນຄູ່ຮ່ວມມືພັດທະນາຂອງອາຊຽນ, ໄດ້ສ້າງຂີດໝາຍແຫ່ງບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງສອງຝ່າຍ, ພ້ອມທັງເປີດກາລະໂອກາດຮ່ວມມືຫຼາຍຢ່າງໃນໄລຍະຈະມາເຖິງ.

ຄາດວ່າ, ກອງປະຊຸມ ຄັ້ງທີ 2 ຄະນະກຳມະການຮ່ວມມືພັດທະນາອາຊຽນ-ຝະລັ່ງ ຈະຈັດຕັ້ງໃນປີ 2022.

ໂດຍ: ແສງເດືອນ