ທີ່ກອງປະຊຸມ, ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະການຮ່ວມມືສາກົນກໍາປູເຈຍ ໄດ້ເນັ້ນໜັກບົດບາດສໍາຄັນຂອງອາແຊມ ໃນ 25 ປີຜ່ານມາໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍ, ເພີ່ມທະວີການເຈລະຈາ, ການຮ່ວມມື ແລະສະໜິດຕິດພັນອາຊີ-ເອີລົບ.

leftcenterrightdel
ເຈົ້າໜ້າທີ່ອາວຸໂສຂອງ 53 ສະມາຊິກເວທີປາໄສການຮ່ວມມືອາຊີ-ເອີລົບ (ອາແຊມ) ຈັດກອງປະຊຸມຜ່ານລະບົບທາງໄກ. ພາບ: baoquocte.vn.

ໃນສະພາບການໂລກປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ບໍ່ເຄີຍເຫັນມີມາກ່ອນ, ບັນດາສະມາຊິກອາແຊມ ຕ້ອງສົມທົບກັນໃນການກະທຳເພື່ອຜ່ານຜ່າສິ່ງທ້າທາຍ, ຊຸກຍູ້ການຟື້ນຟູດ້ານເສດຖະກິດ-ສັງຄົມ, ປະກອບສ່ວນໃຫ້ສັນຕິພາບ ແລະການພັດທະນາຂອງສອງທະວີບ ແລະໂລກ. ບັນດາສະມາຊິກອາແຊມ ກໍ່ແບ່ງປັນຂໍ້ມູນກ່ຽວກັບບັນດາກິດຈະກຳສະເຫຼີມສະຫຼອງວັນອາແຊມ ຢູ່ແຕ່ລະປະເທດ.

ດ້ວຍຫົວຂໍ້ໃນປີ 2021 ແມ່ນ “ຍູ້ແຮງລັດທິຫຼາຍຝ່າຍເພື່ອການເຕີບໂຕລວມ”, ບັນດາສະມາຊິກເຫັນດີເປັນເອກະພາບນຳກັນວ່າ ຍິ່ງກວ່າເວລາໃດໝົດ, ການຮ່ວມມືຫຼາຍຝ່າຍຕ້ອງໄດ້ຮັບການຍົກສູງຂຶ້ນເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ, ສ້າງທ່າເຕີບໂຕຄືນໃໝ່ ແລະຮັກສາການເຊື່ອມຈອດ. ຕາມນັ້ນແລ້ວ, ກອງປະຊຸມໄດ້ຮັບຮອງເອົາເອກະສານກ່ຽວກັບ “ກໍານົດທິດຮ່ວມມືເຊື່ອມຈອດອາແຊມ” ໂດຍອາຊຽນ ເປັນປະທານກໍ່ສ້າງ.

leftcenterrightdel
ທ່ານນາງ ຫງວຽນມິງຮ່ັງ ຫົວໜ້າ SOM ອາແຊມ ຂອງຫວຽດນາມ. ພາບ: baoquocte.vn.

ທ່ານນາງ ຫງວຽນມິງຮ່ັງ ຫົວໜ້າ SOM ອາແຊມ ຂອງຫວຽດນາມ ໄດ້ເນັ້ນໜັກວ່າ ອາແຊມ ຕ້ອງສົມທົບນະໂຍບາຍ ແລະການກະທໍາເພື່ອຮັບມືຢ່າງມີປະສິດທິຜົນກັບບັນດາສິ່ງທ້າທາຍໃນທົ່ວໂລກ, ກ່ອນໜ້ານັ້ນ ແມ່ນພະຍາດໂຄວິດ-19 ແລະການຟື້ນຟູດ້ານເສດຖະກິດ-ສັງຄົມຫຼັງພະຍາດ; ສະເໜີອາແຊມ ປະກອບສ່ວນຢ່າງມີປະສິດທິຜົນໃນການຊຸກຍູ້ລັດທິຫຼາຍຝ່າຍ, ລະບົບການຄ້າຫຼາຍຝ່າຍອີງຕາມກົດໝາຍ, ປະຕິຮູບອົງການການຄ້າໂລກ WTO, ເພີ່ມທະວີການເຊື່ອມຈອດຮອບດ້ານ, ຊຸກຍູ້ການພັດທະນາແບບຍືນຍົງ, ກວມລວມ, ການຮ່ວມມືໃນອະນຸພາກພື້ນ.

ທີ່ກອງປະຊຸມ, ທ່ານນາງ ຫງວຽນມິງຮ່ັງ ໄດ້ແນະນຳຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການຈັດຕັ້ງການເຈລະຈານະໂຍບາຍຂັ້ນສູງອາແຊມ ເພື່ອຕີລາຄາໝາກຜົນ 25 ປີແຫ່ງການຮ່ວມມື ແລະກໍານົດທິດໃນໄລຍະຈະມາເຖິງ.

ໂດຍ: ເກື່ອງດັ້ງ