ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ, ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າດ້ານການເມືອງ, ຄວາມໝັ້ນຄົງຢູ່ຊູດັງໃຕ້ ໃນໄລຍະຜ່ານມາ, ໃນນັ້ນ UNMISS ໄດ້ສວມບົດບາດສຳຄັນໃນການຊຸກຍູ້ຄວາມຄືບໜ້ານີ້. ທ່ານ ດັ້ງດິ່ງກຸ໊ຍ ຕີລາຄາສູງຕໍ່ບັນດາການເຄື່ອນໄຫວຂອງຄະນະປະຕິບັດງານ, ທ່ານໄດ້ເນັ້ນໜັກເຖິງການປະກອບສ່ວນຂອງຫວຽດນາມ ຜ່ານການຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2  ຢູ່ Bentiu ແລະຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການເຄື່ອນໄຫວຂອງ UNMISS ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ດັ້ງດິ່ງກຸ໊ຍ ສະແດງຄວາມປາດຖະໜາວ່າການເຄື່ອນໄຫວຂອງ UNMISS ຈະສືບຕໍ່ຕອບສະໜອງການປ່ຽນແປງຂອງສະພາບການຕົວຈິງ ຢູ່ຊູດັງໃຕ້, ໃນນັ້ນມີການເພີ່ມທະວີການໜູນຊ່ວຍວິວັດທະນາການມອບສິດອຳນາດຢູ່ປະເທດນີ້ກໍ່ຄືເພີ່ມປະສິດທິຜົນຂອງການເຄື່ອນໄຫວປົກປ້ອງສາມັນຊົນ.

ພ້ອມກັນນັ້ນ, ທ່ານ ດັ້ງດິ່ງກຸ໊ຍ ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມປອດໄພໃຫ້ກຳລັງ  UNMISS  ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະສະໜັບສະໜູນການຊຸກຍູ້, ສ້າງເງື່ອນໄຂສະດວກໃຫ້ແມ່ຍິງໄດ້ເຂົ້າຮ່ວມໃນຄະນະປະຕິບັດງານ.

ຫວຽດນາມ ໄດ້ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ແລະຈັດສົ່ງກຳລັງໄປເຂົ້າຮ່ວມ UNMISS ໃນປີ 2014 ຢ່າງເປັນທາງການ. ປະຈຸບັນ, ຫວຽດນາມ ພວມຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຢູ່  Bentiu, ຊູດັງໃຕ້ ລວມມີ 63 ຄົນ, ໃນນັ້ນມີແມ່ຍິງ 10 ຄົນ, ພ້ອມທັງກະກຽມໃຫ້ແກ່ການຜັນຂະ ຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໃນທ້າຍເດືອນມີນານີ້.

ໂດຍ: ແສງເດືອນ