leftcenterrightdel
ທ່ານ Konstantin Suntsov ຮອງນາຍົກລັດຖະມົນຕີຜູ້ທີໜຶ່ງລັດຖະບານສາທາລະນະລັດ Udmurtia. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ Konstantin Suntsov ແລ້ວ, ສາທາລະນະລັດ Udmurtia ແລະຫວຽດນາມ ມີການພົວພັນດ້ານການຄ້າດີງາມສົມຄວນ, ດ້ວຍວົງເງິນການຄ້າສອງຝ່າຍເຕີບໂຕໃນແຕ່ລະປີ. ວົງເງິນການຄ້າລະຫວ່າງສອງປະເທດປີ 2019 ບັນລຸ 165 ລ້ານໂດລາສະຫະລັດ ແລະປີ 2020 ບັນລຸ 200 ລ້ານໂດລາສະຫະລັດ, ໂດຍບໍ່ຫົວຊາຕໍ່ພະຍາດໂຄວິດ-19. ຕົວເລກນີ້ຍັງບໍ່ສູງ, ແຕ່ດ້ວຍການຮ່ວມມືລະຫວ່າງສອງປະເທດ, ວົງເງິນການຄ້າ ກໍ່ຄືການພົວພັນສອງຝ່າຍຈະໄດ້ຮັບການເພີ່ມທະວີ. ທ່ານໃສ່ໃຈວ່າ ວົງເງິນການຄ້າໃນປະຈຸບັນສາທາລະນະລັດ Udmurtia, ການສົ່ງອອກໄປຍັງຫວຽດນາມ ແມ່ນ 70% ແລະນຳເຂົ້າຈາກຫວຽດນາມ ແມ່ນ 30%.

ທ່ານ Konstantin Suntsov ໄດ້ສະແດງຄວາມເອົາໃຈໃສ່ເຖິງສິນຄ້າກາເຟ ຂອງຫວຽດນາມ ແລະໃຫ້ຮູ້ວ່າ ສາທາລະນະລັດ Udmurtia ມີວິສາຫະກິດກາເຟ “Tasty Coffee” ກວມເອົາປະມານ 1/3 ຕະຫຼາດກາເຟ ຂອງສະຫະພັນລັດເຊຍ. ໃນຂະນະນັ້ນ, ສາທາລະນະລັດ Udmurtia ສົ່ງອອກໄປຍັງຫວຽດນາມ ສິນຄ້າປະເພດຕ່າງໆ, ຄື: ເຕັກນິກການທະຫານ, ໄມ້, ອຸປະກອນການແພດຕ່າງໆ, ໂລຫະ. ໃນໄລຍະຈະມາເຖິງ, ສາທາລະນະລັດ Udmurtia ມີແຜນການເພີ່ມທະວີການສົ່ງອອກຜະລິດຕະພັນກະສິກໍາ, ອຸດສາຫະກໍາເຄມີເບົາ ແລະບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ.

ໂດຍ: ເກື່ອງດັ້ງ