“ຮຽນພໍ່ແມ່ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ ແລະນັກຮົບ ໃນທົ່ວປະເທດ ທີ່ຮັກແພງ,
ລະດູບານໃໝ່ ປີສະຫຼູູ 2021 ພວມວຽນມາສູ່ທົ່ວປະເທດຫວຽດນາມ ທີ່ແສນຮັກຂອງພວກເຮົາ ຢ່າງຟົດຟື້ນມ່ວນຊື່ນ. ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ອັນສັກກາລະບູຊາ ແລະເຕັມໄປດ້ວຍຄວາມຕື້ນຕັນໃຈນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ການນໍາພັກ, ລັດ ສົ່ງຄໍາຢື້ຢາມຖາມຂ່າວຢ່າງຈິງໃຈ, ອາລົມຈິດຄວາມຮັກແພງ ແລະຄໍາອວຍພອນປີໃໝ່ອັນດີງາມທີ່ສຸດມາຍັງພໍ່ແມ່ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ ແລະນັກຮົບໃນທົ່ວປະເທດ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທຸກຖ້ວນໜ້າ. ຂ້າພະເຈົ້າ ກໍ່ສົ່ງຄໍາອວຍພອນສັນຕິພາບ, ມິດຕະພາບ, ການຮ່ວມມື, ຄວາມກ້າວໜ້າ ແລະພັດທະນາເຖິງປະຊາຊົນເພື່ອນມິດໃນທົ່ວໂລກ.
    |
 |
|
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ. ພາບ: ສໍານັກຂ່າວສານຫວຽດນາມ. |
ປີຊວດ 2020 ຫາກໍ່ຜ່ານພົ້ນໄປດ້ວຍບັນດາເຫດການສໍາຄັນຍິ່ງທີ່ເປັນໜ້າຈົດຈໍາ, ພິເສດແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ຫາກໍ່ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ. ໃນປີຜ່ານມາ, ທ່ົວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ໄດ້ເສີມຂະຫຍາຍນໍ້າໃຈຮັກຊາດ, ເຈດຈໍານົງຕັດສິນໃຈ, ຄຸນນະທາດ, ຄວາມສາມັກຄີ, ປະດິດສ້າງ, ມານະພະຍາຍາມສູ້ຊົນບັນລຸໄດ້ບັນດາຜົນງານສໍາຄັນຍິ່ງ, ຮອບດ້ານຫຼາຍພໍສົມຄວນ, ສ້າງຂີດໝາຍອັນພົ້ນເດັ່ນຄື: ເສດຖະກິດສືບຕໍ່ພັດທະນາ; ການເມືອງ-ສັງຄົມມີສະຖຽນລະພາບ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັບປະກັນ; ການເຄື່ອນໄຫວພົວພັນຕ່າງປະເທດ ແລະການຮ່ວມມືສາກົນໄດ້ຮັບການຍູ້ແຮງ, ເຂົ້າສູ່ລວງເລິກ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ; ປັບປຸງ, ຍົກສູງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ ແລະລະບອບສັງຄົມນິຍົມ. ຈຸດພົ້ນເດັ່ນແມ່ນທັງປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ທັງສຸມໃສ່ພັດທະນາເສດຖະກິດ-ສັງຄົມ; ກະກຽມ ແລະຈັດຕັ້ງສໍາເລັດ ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ, ສ້າງຄວາມປະທັບໃຈ ອັນດີງາມ, ປະກອບສ່ວນປັບປຸງ ແລະເພີ່ມຄວາມໄວ້ເນື້ອເຊື່ອໃຈ, ຄວາມເອກອ້າງທະນົງໃຈຕໍ່ຊົນຊາດຕື່ມອີກ, ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກເພື່ອນມິດສາກົນ. ຕາງໜ້າໃຫ້ການນໍາພັກ ແລະລັດ, ຂ້າພະເຈົ້າ ຂໍອວຍພອນ, ຍ້ອງຍໍຊົມເຊີຍ ແລະສະແດງຄວາມຂອບໃຈມາຍັງພໍ່ແມ່ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ ແລະນັກຮົບໃນທົ່ວປະເທດຕໍ່ການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນໄຊຊະນະ ແລະຜົນສໍາເລັດໃນປີທີ່ຜ່ານມາ.
ກ້າວເຂົ້າສູ່ປີໃໝ່ ປີສະຫຼູ 2021 ເຊິ່ງແມ່ນປີທໍາອິດທີ່ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2021-2025; ປີດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນຂັ້ນຕ່າງໆ ອາຍຸການ 2021-2026; ດ້ວຍເຈດຈໍານົງ ແລະການຕັດສິນໃຈບືນຕົວຂຶ້ນເພື່ອພັດທະນາປະເທດຊາດ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ຕ້ອງສືບຕໍ່ຍົກສູງນ້ໍາໃຈຮັກຊາດ, ສາມັກຄີ, ເສີມຂະຫຍາຍເຈດຈໍານົງ, ການຕັດສິນໃຈ ແລະບັນດາໝາກຜົນຂອງປີຊວດ 2020, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ຍູ້ແຍງກິດຈະການປ່ຽນແປງໃໝ່ຢ່າງຮອບດ້ານ ແລະຄົບຊຸດກວ່າອີກ; ສ້າງສາ ແລະປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປະຕິບັດບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກ ຢ່າງມີໄຊ, ຍາດໄດ້ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ, ສະຫງ່າຜ່າເຜີຍກວ່າເກົ່າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ ຫວຽດນາມ ສັງຄົມນິຍົມ ທີ່ແສນຮັກຂອງພວກເຮົາ.
ຂໍອວຍພອນໃຫ້ພໍ່ແມ່ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ, ແຕ່ລະຄອບຄົວ, ປະຊາຊົນຫວຽດນາມແຕ່ລະຄົນ ກ້າວເຂົ້າສູ່ປີໃໝ່ຈົ່ງມີສຸຂະພາບແຂງແຮງ, ມີຄວາມເບີກບານມ່ວນຊື່ນ, ມີຄວາມຜາສຸກ ແລະປະສົບຜົນສໍາເລັດ!
ຊົມເຊີຍລະດູບານໃໝ່, ບັນຍາກາດໃໝ່, ໄຊຊະນະໃໝ່!
ທຸກຄອບຄົວ ຈົ່ງມີແຕ່ຄວາມເບີກບານມ່ວນຊື່ນ, ປະຊາຊົນມີຄວາມຜາສຸກ!
ດ້ວຍຄວາມຮັກແພງອັນສະໜິດສະໜົມ ແລະເດັດຂາດມີໄຊ!
ໂດຍ: ໄຊຊະນະ