ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ, ໂລກປັດຈຸບັນກໍາລັງຜັນແປຢ່າງໜັກໜ່ວງຍ້ອນພະຍາດໂຄວິດ-19, ແຕ່ບ້ານເກີດເມືອງນອນຫວຽດນາມ ຍາມໃດກໍ່ແມ່ນສະຖານທີ່ມີຄວາມສະຫງົບ, ປອດໄພໃຫ້ແກ່ຊາວຫວຽດນາມ ທີ່ກໍາລັງດໍາລົງຊີວິດ, ເຮັດວຽກ ແລະຮໍ່າຮຽນຢູ່ຕ່າງປະເທດ. ຂອງຂວັນຂອງທ່ານນາຍົກລັດຖະມົນຕີ ແມ່ນສັດມຸງຄຸນຄວາຍຄໍານໍາໂຊກປຽບເໝືອນຄໍາອວຍພອນໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປີໃໝ່ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ຂໍໃຫ້ທຸກສິ່ງທຸກຢ່າງດີງາມ, ສາມັກຄີ ແລະປະສົບຜົນສໍາເລັດ.

leftcenterrightdel
ທ່ານຮອງລັດຖະມົນຕີ ດັ້ງມິງຄອຍ (ເບື້ອງຊ້າຍ) ມອບຈົດໝາຍຂອງທ່ານນາຍົກລັດຖະມົນຕີ ໃຫ້ທ່ານ ຫງວຽນຈີ໊ຮ໊ຽວ, ຊາວຫວຽດນາມ ອາໄສຢູ່ອາເມລິກາ. ພາບ: ເຟືອງລິງ.

ທີ່ການພົບປະ, ທ່ານຮອງລັດຖະມົນຕີ ດັ້ງມິງຄອຍ ໄດ້ແຈ້ງໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ທີ່ຫາກໍ່ສິ້ນສຸດລົງດ້ວຍຜົນສໍາເລັດຢ່າງຈົບງາມໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮັບຊາບ. ບັນດາເອກະສານຢູ່ກອງປະຊຸມໃຫຍ່ ໄດ້ຮັບການກະກຽມຢ່າງລະອຽດ, ໃນນັ້ນໄດ້ຮັບຮູ້ເຖິງການປະກອບຄໍາເຫັນຂອງຊາວຫວຽດນາມ ອາໄສຢູ່ພາຍໃນປະເທດ, ຊາວຫວຽດນາມກໍາລັງດໍາລົງຊີວິດຢູ່ຕ່າງປະເທດຜ່ານບັນດາອົງການຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

leftcenterrightdel
ທ່ານຮອງລັດຖະມົນຕີ ດັ້ງມິງຄອຍ ມອບຂອງຂວັນຂອງທ່ານນາຍົກລັດຖະມົນຕີ ໃຫ້ທ່ານນາງຫງວຽນຫວຽດຈ່ຽວ, ຊາວຫວຽດນາມ ອາໄສຢູ່ໂປໂລຍ. ເຟືອງລິງ.

ທ່ານ ດັ້ງມິງຄອຍ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນປີຜ່ານມາທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ພິເສດແມ່ນໃນສະພາບເກີດພະຍາດໂຄວິດ-19, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍາມໃດກໍ່ປະຕິບັດຕາມມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ໄດ້ເປັນຢ່າງດີ ພ້ອມທັງຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວທາງສັງຄົມ ເພື່ອປະຊາຄົມ, ເພື່ອພໍ່ແມ່ປະຊາຊົນເຂດປະສົບໄພນໍ້າຖ້ວມ...

ຕາງໜ້າໃຫ້ຊາວຫວຽດນາມທີ່ກຳລັງດຳລົງຊີວິດຢູ່ຕ່າງປະເທດຈໍານວນ 5,3 ລ້ານຄົນ, ທ່ານ ຫງວຽນຮວ່າຍບັກ, ຊາວຫວຽດນາມ ອາໄສຢູ່ການາດາ ໄດ້ສະແດງຄວາມຂອບໃຈຕໍ່ຂອງຂວັນທີ່ມີຄວາມໝາຍຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ທ່ານ ຢັ້ງຢືນວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະຄຽງບ່າຄຽງໄຫຼ່ພ້ອມກັບພໍ່ແມ່ປະຊາຊົນທີ່ຢູ່ພາຍໃນປະເທດຜ່ານຜ່າຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ, ພ້ອມທັງສືບຕໍ່ຮຽກຮ້ອງໃຫ້ບັນດານັກລົງທຶນຈາກຕ່າງປະເທດ ໄປລົງທຶນຢູ່ຫວຽດນາມ...

ໂດຍ: ໄຊຊະນະ