ຍົກສູງປະສິດທິຜົນໃນການຮ່ວມມືພັດທະນາຊັບພະຍາກອນມະນຸດໃນພາກພື້ນອາຊຽນ
ກປ.ອອນໄລ - ວັນທີ 25 ພະຈິກ, ທີ່ຮ່າໂນ້ຍ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມສະຫະພັນບັນດາອົງການຈັດຕັ້ງນັກວິສະວະກອນອາຊຽນ ຄັ້ງທີ 38 (CAFEO 38) ດ້ວຍຫົວຂໍ້ “ເສີມຂະຫຍາຍຂໍ້ລິເລີ່ມ ແລະການກະທຳຂອງສະຫະພັນນັກວິສະວະກອນອາຊຽນ ໃນການກໍ່ສ້າງປະຊາຄົມອາຊຽນ ແບບຍືນຍົງ ແລະວັດທະນາຖາວອນ”.
ເຂົ້າຮ່ວມກອງປະຊຸມມີທ່ານ ຫວູດຶກດາມ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ; ການນຳບັນດາຄະນະ, ກະຊວງ, ຂະແໜງການ, ສຳນັກງານສູນກາງພ້ອມກັບບັນດາແຂກຖືກເຊີນສາກົນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູດຶກດາມ ເນັ້ນໜັກວ່າ ປະຊາຄົມນັກວິສະວະກອນອາຊຽນ ສືບຕໍ່ໄດ້ຮັບຄວາມຫວັງສ້າງກຳລັງໜູນພັດທະນາພື້ນຖານເສດຖະກິດເພື່ອຊຸກຍູ້ການຈໍລະຈອນສິນຄ້າ, ການບໍລິການ, ຊັບພະຍາກອນມະນຸດ, ເງິນລົງທຶນບໍ່ພຽງແຕ່ໃນພາກພື້ນເທົ່ານັ້ນ ຫາກຍັງໃນໂລກອີກດ້ວຍ. ເຖິງວ່າມີຫຼາຍກາລະໂອກາດພັດທະນາຍ້ອນບັນດາປັດໄຈກ່ຽວກັບວິທະຍາສາດເຕັກໂນໂລຢີນຳມາໃຫ້ກໍ່ຕາມ, ແຕ່ວ່າໂລກພວມຢືນຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະແມ່ນບັນດາບັນຫາຄວາມໝັ້ນຄົງບໍ່ແມ່ນການທະຫານ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ.
    |
 |
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ. |
ອາຊຽນ ຕ້ອງຍົກສູງກຳລັງຄວາມສາມາດຮັບມືກັບບັນດາຄວາມສ່ຽງໃໝ່ຜ່ານການປັບປຸງພື້ນຖານເຕັກນິກ, ປັບປຸງກຳລັງວິຊາສະເພາະ, ພິເສດແມ່ນການກຽມພ້ອມ, ບັນດາທັກສະເຂົ້າຮ່ວມຂອງປະຊາຊົນໝົດທຸກຄົນ ໃນນັ້ນ ບົດບາດຂອງບັນດານັກວິສະວະກອນ, ບັນດານັກເຕັກນິກມີຄວາມສຳຄັນທີ່ສຸດບໍ່ພຽງແຕ່ດ້ານວິຊາສະເພາະເທົ່ານັ້ນ ຫາກຍັງກ່ຽວກັບສະຕິຄວາມຮັບຜິດຊອບ ແລະພຶດຕິກຳຕໍ່ກັບວົງຄະນາຍາດອີກດ້ວຍ.
ກອງປະຊຸມຄັ້ງນ້ີຂອງສະຫະພັນຈະຍົກອອກຫຼາຍມາດຕະການ ແລະຂໍ້ສະເໜີແນະທີ່ມີປະໂຫຍດ, ບໍ່ພຽງແຕ່ແມ່ນບັນດາອົງການຈັດຕັ້ງສະມາຊິກຂອງສະຫະພັນເທົ່ານັ້ນ ຫາກຍັງນັບທັງລັດຖະບານປະເທດຕ່າງໆອີກດ້ວຍ. ລັດຖະບານຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ຖັນແຖວບັນດານັກວິສະວະກອນ, ບັນດານັກເຕັກນິກຂອງຫວຽດນາມ ກໍ່ຄືບັນດາປະເທດອາຊຽນ ສືບຕໍ່ພັດທະນາ ແລະເຂົ້າຮ່ວມຢ່າງຕັ້ງໜ້າໃນໂຄງການຮ່ວມມືບັນດາຂໍ້ລິເລີ່ມຂອງສະຫະພັນບັນດາປະເທດອາຊຽນ. ທັງໝົດແມ່ນເພື່ອເປົ້າໝາຍອາຊຽນ ສັນຕິພາບ, ຮ່ວມມື ແລະວັດທະນາຖາວອນ.
ໂດຍ: ແສງເດືອນ