ໃນບົດກ່າວປາໄສທີ່ຮ່າໂນ້ຍ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຢືນຢັນວ່າປີ 2020 ແມ່ນປີທີ່ຫຍຸ້ງຍາກສຳລັບປະຊາຄົມສາກົນ. ພະຍາດໂຄວິດ-19 ໄດ້ສ້າງວິກິດການດ້ານການແພດ, ສັງຄົມ ແລະເສດຖະກິດ, ການນາບຂູ່ຢ່າງຮ້າຍແຮງເຖິງສັນຕິພາບ ແລະຄວາມໝັ້ນຄົງຂອງສາກົນ, ສົ່ງຜົນກະທົບຢ່າງຫຼວງຫຼາຍເຖິງການເຄື່ອນໄຫວຂອງສະຫະປະຊາຊາດ (ສປຊ) ແລະສະພາຄວາມໝັ້ນຄົງ.

ຕໍ່ໜ້າສະພາບການນັ້ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຊົມເຊີຍຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອຮັກສາສັນຕິພາບ, ການຮ່ວມມື ແລະການພັດທະນາ, ຢືນຢັນຄວາມເຊື່ອໝັ້ນຂອງບັນດາປະເທດສະມາຊິກສະຫະປະຊາຊາດຕໍ່ບົດບາດສຳຄັນຂອງລັດທິຫຼາຍຝ່າຍ ແລະບົດບາດປະສານງານຂອງ ສປຊ ໃນການແກ້ໄຂບັນດາບັນຫາທົ່ວໂລກ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: cand.com.vn.

ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ ກອງປະຊຸມ E10-I5 ຄັ້ງນີ້ຈະຊ່ວຍເພີ່ມຄວາມເຂົ້າອົກເຂົ້າໃຈ, ແບ່ງປັນທັດສະນະ, ຕີລາຄາກ່ຽວກັບສະຖານະການສາກົນ, ບົດຮຽນໃນການກະກຽມ ແລະເຂົ້າຮ່ວມວຽກງານຂອງສະພາຄວາມໝັ້ນຄົງຂອງບັນດາປະເທດກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ, ຈາກນັ້ນວາງອອກບັນດາທິດທາງ ແລະມາດຕະການທີ່ເໝາະສົມ ເພື່ອຊຸກຍູ້ບັນດາບຸລິມະສິດລວມຢູ່ສະພາຄວາມໝັ້ນຄົງໃນໄລຍະຈະມາເຖິງ.

ທ່ານຮອງນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ, ສະພາຄວາມໝັ້ນຄົງໄດ້ດັດປັບ ແລະດັດແປງແບບວິທີການເຮັດວຽກຢ່າງວ່ອງໄວ ເພື່ອຮັບມືກັບສະພາບພະຍາດໂຄວິດ-19 ແລະຍັງສືບຕໍ່ແມ່ນກົນໄກຫຼາຍຝ່າຍທີ່ມີຄວາມຮັບຜິດຊອບຫຼັກໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ.

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງບັນດາຄຳໝັ້ນສັນຍາ ແລະບຸລິມະສິດຂອງຫວຽດນາມ ຢູ່ສະພາຄວາມໝັ້ນຄົງໃນອາຍຸການຂອງຕົນ, ຄື: ຊຸກຍູ້ລັດທິຫຼາຍຝ່າຍ ແລະມາດຕະການຫຼາຍຝ່າຍ ເພື່ອແກ້ໄຂການປະທະກັນ; ເພີ່ມທະວີຄຳໝັ້ນສັນຍາສາກົນ ແລະເຄົາລົບກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ...

ໂດຍ: ທະນາພອນ