ທີ່ການໂອ້ລົມທາງໂທລະສັບ, ທ່ານ ຫງວຽນຊວນຟຸກ ໄດ້ສະແດງຄວາມຂອບໃຈທ່ານ Samdech Techo Hun Sen ທີ່ໄດ້ຝາກຈົດໝາຍແບ່ງປັນກ່ຽວກັບຄວາມເສຍຫາຍຈາກນໍ້າຖ້ວມທີ່ເກີດຂຶ້ນຢູ່ພາກກາງຫວຽດນາມ ໃນໄລຍະຜ່ານມາ; ພ້ອມທັງຕີລາຄາສູງຜົນສໍາເລັດຂອງກໍາປູເຈຍ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສືບຕໍ່ພັດທະນາເສດຖະກິດ, ພ້ອມທັງສະແດງຄວາມຂອບໃຈຝ່າຍກໍາປູເຈຍ ໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນຫວຽດນາມ ສ້າງຜົນສໍາເລັດຢ່າງຮອບດ້ານຂອງປີປະທານອາຊຽນ 2020.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ນາຍົກລັດຖະມົນຕີສອງທ່ານໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວຢ່າງຕັ້ງໜ້າຂອງການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານຫວຽດນາມ-ກໍາປູເຈຍ ໃນໄລຍະຜ່ານມາ; ພ້ອມທັງເຫັນດີເປັນເອກະສັນຈະສືບຕໍ່ເພີ່ມທະວີການພົວພັນທີ່ໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນ, ນໍາການຮ່ວມມືສອງປະເທດໃຫ້ພັດທະນາຢ່າງແຮງ, ເລິກເຊິ່ງກວ້າງຂວາງ ແລະຍືນຍົງໃນທຸກຂົງເຂດ; ການຮ່ວມມືຢ່າງແໜ້ນແຟ້ນໃນຂອບເຂດອາຊຽນ; ເຫັນດີເປັນເອກະສັນໃນການຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີບັນດາມາດຕະການໃນການປ້ອງກັນ ແລະຕ້ານພະຍາດໂຄວິດ-19, ພ້ອມທັງແກ້ໄຂບັນດາບັນຫາທີ່ເກີດຂຶ້ນບົນຈິດໃຈໄມຕີຈິດມິດຕະພາບ ແລະການຮ່ວມມືຢ່າງທັນການ; ສືບຕໍ່ຮັກສາການພົວພັນດ້ານການຄ້າສອງຝ່າຍໃຫ້ເປັນປົກກະຕິ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

ສອງຝ່າຍໄດ້ຕີລາຄາສູງຕໍ່ເລື່ອງບັນດາອົງການນິຕິບັນຍັດຂອງສອງປະເທດໄດ້ຮັບຮອງເອົາເອກະສານນິຕິກໍາວ່າດ້ວຍຊາຍແດນສອງສະບັບ ລວມມີສົນທິສັນຍາເພີ່ມເຕີມໃຫ້ສົນທິສັນຍາວາງແຜນກຳນົດຊາຍແດນແຫ່ງຊາດປີ 1985 ແລະສົນທິສັນຍາເພີ່ມເຕີມປີ 2005 ແລະອະນຸສັນຍາຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງສອງປະເທດ, ດໍາເນີນພິທີມອບຊຸດແຜນທີ່ພູມີປະເທດຊາຍແດນທາງບົກຫວຽດນາມ-ກໍາປູເຈຍ; ເຫັນດີເປັນເອກະສັນມອບໃຫ້ບັນດາອົງການທີ່ກ່ຽວຂ້ອງສືບຕໍ່ສົມທົບກັນຈັດຕັ້ງບາງເຫດການທີ່ກ່ຽວຂ້ອງເຖິງການຮ່ວມມືຊາຍແດນໃນໄລຍະຈະມາເຖິງ.

ສອງຝ່າຍກໍ່ເຫັນດີເປັນເອກະສັນສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງ, ສັນຍາທີ່ໄດ້ຮັບການລົງນາມໃຫ້ເປັນຢ່າງດີ; ສົ່ງເສີມຈັດຕັ້ງກອງປະຊຸມຄະນະກໍາມະການປະສົມຫວຽດນາມ-ກໍາປູເຈຍ ຄັ້ງທີ 18 ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດສອງປະເທດເປັນປະທານຮ່ວມໃນເວລາທີ່ເໝາະສົມ.

ສອງຝ່າຍຢັ້ງຢືນວ່າຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຢູ່ບັນດາເວທີປາໄສພາກພື້ນ, ສາກົນ ເປັນຕົ້ນແມ່ນໃນອາຊຽນ ແລະໃນບັນດາກົນໄກຮ່ວມມືອະນຸພາກພື້ນ.

ໂດຍ: ເກື່ອງດັ້ງ