leftcenterrightdel
ທ່ານນາງ ຫງວຽນເຟືອງງາ ປະທານ VUFO ມອບຫຼຽນກາລະນຶກໃຫ້ທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຫງວຽນເຟືອງງາ ປະທານ VUFO ເນັ້ນໜັກວ່າ, ໃນໄລຍະປະຕິບັດໜ້າທີ່ການທູດຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດ Ibnu Hadi ໄດ້ມີບັນດາການເຄື່ອນໄຫວທີ່ຕັ້ງໜ້າ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະອິນໂດເນເຊຍ ໃນຫຼາຍຂົງເຂດ, ຄື: ການເມືອງ, ການທູດ, ເສດຖະກິດ, ວັດທະນະທໍາ, ກິລາ... ທ່ານ Ibnu Hadi ໄດ້ສົມທົບຢ່າງແໜ້ນແຟ້ນກັບ VUFO, ສະມາຄົມມິດຕະພາບຫວຽດນາມ-ອິນໂດເນເຊຍ ແລະບັນດາອົງການຂອງຫວຽດນາມ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວມິດຕະພາບ ຄື: ການເສັງຂຽນ “ການຊອກຮູ້ກ່ຽວກັບການຢ້ຽມຢາມອິນໂດເນເຊຍ ຄັ້ງປະຫວັດສາດຂອງປະທານໂຮ່ຈີມິນ  ແລະທ່ານປະທານາທິບໍດີ Sukarno ມາຫວຽດນາມ; ກອງປະຊຸມສໍາມະນາ “ການຮ່ວມມືມິດຕະພາບ ເພື່ອຍົກສູງປະສິດທິຜົນການສົ່ງເສີມການລົງທຶນ ຫວຽດນາມ-ອິນໂດເນເຊຍ”...

ສ່ວນທ່ານເອກອັກຄະລັດຖະທູດ Ibnu Hadi ສະແດງຄວາມເປັນກຽດທີ່ໄດ້ຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງປະຊາຊາດ” ເຊິ່ງເປັນລາງວັນອັນສູງສົ່ງທີ່ສຸດຂອງ VUFO. ທ່ານ Ibnu Hadi ຕີລາຄາສູງຕໍ່ເລື່ອງຫວຽດນາມ ດໍາລົງຕໍາແໜ່ງປະທານອາຊຽນ 2020 ສໍາເລັດຜົນໃນສະພາບທີ່ໂລກລະບາດໂຄວິດ-19 ແຜ່ລະບາດໄປທົ່ວໂລກ, ພ້ອມທັງເຊື່ອໝັ້ນວ່າການພົວພັນລະຫວ່າງ ອິນໂດເນເຊຍ-ຫວຽດນາມ ຈະສືບຕໍ່ໄດ້ຮັບການເພີ່ມທະວີໃນໄລຍະຈະມາເຖິງ.

ໂດຍ: ໄຊຊະນະ