leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍບັນດາຜູ້ແທນຕັດເຂົ້າໜົມທີ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສປຊ ຄົບຮອບ 75 ປີ. ພາບ: baoquocte.vn.

ທ່ານ ຟ້າມບິ່ງມິງ ຢືນຢັນວ່າ ສໍາລັບຫວຽດນາມ, ບັນດາອົງການ ສປຊ ຍາມໃດກໍ່ຮັກສາທີ່ຕັ້ງສໍາຄັນຢູ່ໃນດວງໃຈຂອງປະຊາຊົນແຕ່ລະຄົນ ເມື່ອໄດ້ໜູນຊ່ວຍຫວຽດນາມຜ່ານຜ່າໃນໄລຍະສ້າງສາພາຍຫຼັງສົງຄາມ,  ປ່ຽນແປງໃໝ່ໃນກ່ອນນີ້ ແລະຫັນປະເທດຊາດເປັນປະເທດອຸດສາຫະກໍາ ແລະທັນສະໄໝໃນປັດຈຸບັນ. ທ່ານ ຟ້າມບິ່ງມິງ ໄດ້ເນັ້ນໜັກເຖິງຄໍາໝັ້ນສັນຍາຂອງຫວຽດນາມ ໃນການຊຸກຍູ້ລັດທິຫຼາຍຝ່າຍກັບ ສປຊ ແມ່ນສວມບົດບາດໃຈກາງ; ທ່ານກໍ່ທົບທວນຄືນບັນດາການປະກອບສ່ວນຮັກສາສັນຕິພາບ ແລະຄວາມໝັ້ນຄົງໂລກຂອງຫວຽດນາມຢູ່ສະພາຄວາມໝັ້ນຄົງ ສປຊ, ຄວາມມານະພະຍາຍາມນໍາໜ້າໃນວິວັດການປັບປຸງລະບົບພັດທະນາຂອງ ສປຊ, ຕັດສິນໃຈຊຸກຍູ້ການເຂົ້າຮ່ວມໃນບັນດາຄະນະປະຕິບັດຮັກສາສັນຕິພາບຂອງ ສປຊ, ພ້ອມທັງໃຫ້ຮູ້ວ່າ ດ້ວຍຖານະເປັນປະທານອາຊຽນ 2020, ຫວຽດນາມ ພວມພະຍາຍາມຊຸກຍູ້ການຮ່ວມມືອາຊຽນ-ສປຊ, ລວມມີການຮັບມືກັບການກະທົບຈາກພະຍາດໂຄວິດ-19.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍບັນດາຜູ້ແທນ. ພາບ: baoquocte.vn.

ທ່ານ ຟ້າມບິ່ງມິງ ຢັ້ງຢືນວ່າ, ຫວຽດນາມ ຖືເປັນສໍາຄັນທີ່ສຸດສາຍພົວພັນກັບ ສປຊ ແລະປາດຖະໜາວ່າໃນໄລຍະຈະມາເຖິງ, ສາຍພົວພັນຮ່ວມມືລະຫວ່າງຫວຽດນາມ - ສປຊ ຈະສືບຕໍ່ພັດທະນາຢ່າງແຮງ, ມີປະສິດທິຜົນກວ່າເກົ່າ.

ໂດຍ: ທູຈາງ