ເອກອັກຄະລັດທູດຫວຽດນາມ 9 ທ່ານທີ່ໄດ້ຮັບການແຕ່ງຕັ້ງໄປປະຈໍາຢູ່ຕ່າງປະເທດ ໃນອາຍຸການ 2020-2023 ໃນຄັ້ງນີ້ລວມມີບັນດາສະຫາຍ: ດັ້ງມິງຄອຍ, ເອກອັກຄະລັດທູດຫວຽດນາມ ປະຈໍາ ສະຫະພັນລັດເຊຍ; ຫງວຽນວັນຖາວ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາຊະອານາຈັກແບນຊິກ ແລະສະຫະພາບເອີລົບ (ອີຢູ); ມາຍເຝືອກຢຸ້ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສາທາລະນະລັດ ສິງກະໂປ; ດິງຕວ່ານຖັ໊ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສາທາລະນະລັດຝຣັ່ງ; ຫງວຽນຈຸງກຽນ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໂອຕຣິດ; ທ່ານນາງ ຫງວຽນທິບິກຖາວ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຮຸງກາຣີ; ຟ້າມເຈື່ອງຢາງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສາທາລະນະລັດຈີເລ; ທ່ານນາງ ໂຮ່ທິແທງຈຸກ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ; ເລຮົ່ງເຈື່ອງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສາທາລະນະລັດເກຼັກ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດຫວຽດນາມ ໃຫ້ 9 ທ່ານໄປປະຈໍາຢູ່ຕ່າງປະເທດ ໃນອາຍຸການ 2020-2023. ພາບ: ສໍານັກຂ່າວສານຫວຽດນາມ.

ຕໍ່ຈາກນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາຢູ່ຕ່າງປະເທດ ທີ່ກະກຽມເດີນທາງໄປຮັບໜ້າທີ່ໃໝ່.

ທີ່ການຕ້ອນຮັບ, ທ່ານ ຫງວຽນຝູຈ້ອງ ໄດ້ອວຍພອນບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້; ທ່ານ ເນັ້ນໜັກວ່າ ນີ້ແມ່ນຄວາມເປັນກຽດອັນໃຫຍ່ຫຼວງທັງແມ່ນຄວາມຮັບຜິດຊອບອັນໜັກໜ່ວງເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້. ໄຈ້ແຍກບັນດາຜົນງານຂອງປະເທດພາຍຫຼັງເກືອບ 35 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: “ຍັງບໍ່ທັນມີຍາມໃດທີ່ປະເທດເຮົາ ມີພາລະກິດອັນໃຫຍ່ຫຼວງ, ກໍາລັງບົ່ມຊ້ອນ, ອິດທິພົນຊື່ສຽງ ແລະຖານະທີ່ຕັ້ງຄືໃນປັດຈຸບັນ”, ນີ້ແມ່ນກໍາລັງໜູນ, ເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ການຜັນຂະຫຍາຍວຽກງານການທູດເວົ້າລວມ, ໃນນັ້ນມີວຽກງານຂອງບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈໍາຢູ່ຕ່າງປະເທດ.

ໂດຍ: ໄຊຊະນະ