ຕໍ່ໜ້າການຜັນແປຢ່າງສັບສົນໃນປະຈຸບັນ, ພິເສດແມ່ນຜົນກະທົບຈາກພະຍາດໂຄວິດ-19, ທ່ານ ດັ້ງດີ່ງກຸ໊ຍ ເນັ້ນໜັກວ່າ ບັນດາການເຄື່ອນໄຫວຊຸກຍູ້ອຳນາດແຫ່ງກົດໝາຍຢູ່ລະດັບຊາດຕ້ອງສຸມໃສ່ເຂົ້າການປົກປ້ອງກຸ່ມທີ່ມີຄວາມສ່ຽງໄພສູງ, ຮັບປະກັນຄວາມຍຸຕິທຳ, ສະເໝີພາບ.

leftcenterrightdel
ທ່ານ ດັ້ງດີ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ. ພາບ: baoquocte.vn.

ທ່ານ ດັ້ງດີ່ງກຸ໊ຍ ຢັ້ງຢືນວ່າ ກົດໝາຍສາກົນ, ບັນດາຫຼັກການຂອງກົດບັດ ສປຊ ແມ່ນພື້ນຖານຂອງລະບົບສາກົນ, ຮຽກຮ້ອງໃຫ້ບັນດາປະເທດເຄົາລົບຫຼັກການແກ້ໄຂບັນດາການຂັດແຍ້ງສາກົນໂດຍສັນຕິວິທີ, ເຊີດຊູບົດບາດຂອງສານສາກົນ ແລະບັນດາອົງການອຳນາດສານສາກົນໃນການແກ້ໄຂບັນດາການຂັດແຍ້ງສາກົນໂດຍສັນຕິວິທີ ແລະຊຸກຍູ້ການປະຕິບັດອຳນາດແຫ່ງກົດໝາຍຢູ່ລະດັບສາກົນ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ໃຫ້ຄໍາໝັ້ນສັນຍາສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບເຂົ້າໃນການຮ່ວມມືກັບ ສປຊ ແລະບັນດາປະເທດເພື່ອເພີ່ມທະວີອຳນາດແຫ່ງກົດໝາຍຢູ່ລະດັບຊາດ ແລະສາກົນ.

ໂດຍ: ເຈິ່ນຮວ່ຽນ