ທີ່ການໂອ້ລົມທາງໂທລະສັບ, ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ໄດ້ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ  XIV ຂອງພັກກອມມູນິດຫວຽດນາມ ແລະທ່ານ ໂຕເລິມ ສືບຕໍ່ໄດ້້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ  XIV; ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ໂຕເລິມ ເປັນຜູ້ນຳໜ້າ, ຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາເປົ້າໝາຍຍຸດທະສາດພັດທະນາປະເທດຊາດ, ໃນນັ້ນມີເປົ້າໝາຍພັດທະນາເສດຖະກິດໃຫ້ບັນລຸລະດັບການເຕີບໂຕເປັນສອງຕົວເລກໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ໂອ້ລົມທາງໂທລະສັບກັບທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນກ່ຽວກັບໝາກຜົນສຳຄັນພິເສດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ  XIV, ເນັ້ນໜັກວ່າ ຫວຽດນາມ ສະເໝີຕົ້ນສະເໝີປາຍຖື ສ.ເກົາຫຼີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ; ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ໝັ້ນຄົງ ແລະມີຄວາມຮັບຜິດຊອບຕໍ່ກັບປະຊາຄົມໂລກ, ພ້ອມກັບ ສ.ເກົາຫຼີ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ.

ສອງຝ່າຍເຫັນດີສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງພື້ນຖານອັນໜັກແໜ້ນເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໂດຍຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ສືບຕໍ່ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຜັນຂະຫຍາຍບັນດາໂຄງການອຸດສາຫະກຳປ້ອງກັນຊາດ ແລະການຄ້າການທະຫານ.

ການນຳສອງທ່ານ ຍັງໄດ້ເຫັນດີເປັນເອກະສັນຕໍ່ບາງທິດທາງການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນການຮ່ວມມືດ້ານເສດຖະກິດເປັນເສົາຄ້ຳຫຼັກ, ຊູ້ຊົນເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸລະດັບ 150 ຕື້ USD ໃນປີ 2030.

ໂດຍ: ທູຈາງ