ຫວນຄືນເລື່ອງຫວຽດນາມ ແລະຊູແອັດ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳໃນຂອບເຂດການຢ້ຽມຢາມຊູແອັດ ຂອງທ່ານນາຍົກລັດຖະມົນຕີ ໃນເດືອນມິຖຸນາ 2025, ທ່ານ ຟ້າມມິງຈິ໊ງ  ໄດ້ຊົມເຊີຍແຜນການລົງທຶນຂອງ SYRE ຢູ່ຫວຽດນາມ, ມອບໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສົມທົບຢ່າງແໜ້ນແຟ້ນກັບກຸ່ມບໍລິສັດກ່ຽວກັບບັນຫາລະອຽດ, ຄື: ການປະເມີນເຕັກໂນໂລຢີ, ສິ່ງແວດລ້ອມ, ລະບຽບການ; ກໍານົດແຜນການລົງທຶນທີ່ເໝາະສົມ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Dennis Nobelius, ຜູ້ອໍານວຍການໃຫຍ່ບໍລິສັດ SYRE. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຢືນຢັນຈະສືບຕໍ່ຮ່ວມເດີນທາງ, ອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີບໍລິສັດ SYRE ໃນການລົງທຶນ ແລະດຳເນີນທຸລະກິດ ຢູ່ຫວຽດນາມ.

ສ່ວນທ່ານ Johan Ndisi ເອກອັກຄະລັດຖະທູດຊູແອັດ ປະຈຳຫວຽດນາມ ແລະທ່ານ Dennis Nobelius  ຜູ້ອໍານວຍການໃຫຍ່ບໍລິສັດ SYRE ໄດ້ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍ, ຮ່ວມເດີນທາງທີ່ຕັ້ງໜ້າຂອງຝ່າຍຫວຽດນາມ ດ້ວຍການເຄື່ອນໄຫວ, ໂຄງການລົງທຶນຂອງວິສາຫະກິດຊູແອັດ ຢູ່ຫວຽດນາມ; ສະແດງຄວາມປິຕິຊົມຊື່ນ ແລະຕີລາຄາສູງຕໍ່ເລື່ອງຫວຽດນາມ - ອີຢູ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Johan Ndisi ເອກອັກຄະລັດຖະທູດຊູແອັດ ປະຈຳຫວຽດນາມ ແລະທ່ານ Dennis Nobelius ຜູ້ອໍານວຍການໃຫຍ່ບໍລິສັດ SYRE. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Dennis Nobelius  ຜູ້ອໍານວຍການໃຫຍ່ບໍລິສັດ SYRE ໃຫ້ຮູ້ວ່າ ກຸ່ມບໍລິສັດກຳລັງສ້າງລະບົບນິເວດຕັດຫຍິບຮອບວຽນທົ່ວໂລກ ໂດຍຜ່ານສູນຜະລິດຄືນໃໝ່ຂະໜາດໃຫຍ່, ໝູນໃຊ້ເຕັກໂນໂລຊີສູງ ແລະນຳໃຊ້ພະລັງງານທົດແທນ, ດ້ວຍເປົ້າໝາຍແມ່ນກໍ່ສ້າງໂຮງງານຜະລິດຄືນໃໝ່ຂະໜາດໃຫຍ່ຢູ່ໃນເຂດຍຸດທະສາດຂອງໂລກ.

ທ່ານ Johan Ndisi ເອກອັກຄະລັດຖະທູດຊູແອັດ ປະຈຳ ຫວຽດນາມ ແລະ ທ່ານ Dennis Nobelius ຜູ້ອໍານວຍການໃຫຍ່ບໍລິສັດ SYRE ໃຫ້ຮູ້ວ່າ ຈະສືບຕໍ່ຊຸກຍູ້ການເຄື່ອນໄຫວຮ່ວມມືທີ່ທ່ານນາຍົກລັດຖະມົນຕີ ກ່າວມາ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອຜັນຂະຫຍາຍບັນດາໂຄງການທີ່ເໝາະສົມກັບທິດທາງພັດທະນາຂອງຫວຽດນາມ ຕາມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ອີຢູ ແລະ ຫວຽດນາມ - ຊູແອັດ.

ໂດຍ: ທູຈາງ