ວິທະຍາສາດ, ເຕັກໂນໂລຢີ ແລະນະວັດຕະກຳ ແມ່ນເສົາຄ້ຳຮ່ວມມືໃໝ່

ຕອນເຊົ້າວັນທີ 29 ມັງກອນ, ທີ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Antonio Costa ປະທານສະພາເອີລົບ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ການນໍາສອງທ່ານ ໄດ້ດຳເນີນການພົບປະສອງຝ່າຍ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Antonio Costa ປະທານສະພາເອີລົບ. ພາບ: qdnd.vn

ທີ່ການພົບປະສອງຝ່າຍ, ທ່ານ ເລືອງເກື່ອງ ໄດ້ສະເໜີສອງຝ່າຍປະສານສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງປະຕິບັດຖະແຫຼງການຮ່ວມ ຍົກລະດັບການພົວພັນຫວຽດນາມ-ອີຢູ, ດ້ວຍ 6 ການກຳນົດທິດຈຸດສຸມ, ໃນນັ້ນມີການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການແລກປ່ຽນຄະນະ, ພົບປະຂັ້ນສູງ, ຈັດຕັ້ງປະຕິບັດບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ເປີດກວ້າງກົນໄກຮ່ວມມືໃໝ່, ກຳນົດການຮ່ວມມືເສດຖະກິດສືບຕໍ່ແມ່ນກຳລັງໜູນສຳຄັນໃຫ້ແກ່ການພົວພັນສອງຝ່າຍ, ນຳວິທະຍາສາດ, ເຕັກໂນໂລຢີ ແລະນະວັດຕະກຳ ກາຍເປັນເສົາຄ້ຳຮ່ວມມືສອງຝ່າຍໃຫ້ປະກົດຜົນເປັນຈິງ, ຊຸກຍູ້ການເຄົາລົບກົດໝາຍສາກົນ ແລະລັດທິຫຼາຍຝ່າຍ. ທ່ານປະທານປະເທດ ສະເໜີ ອີຢູ ຊຸກຍູ້ການຮ່ວມມືເສດຖະກິດທະເລ, ໜູນຊ່ວຍຫວຽດນາມ ສ້າງຂະແໜງອາຊີບຫາປາ ແລະແກ້ໄຂ “ບັດເຫຼືອງ” IUU ສໍາລັບສິນໃນນ້ຳຂອງຫວຽດນາມ ໂດຍໄວ. ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນການຊຸກຍູ້ການພົວພັນອາຊຽນ-ອີິຢູ ແລະພ້ອມແລ້ວເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງສອງຝ່າຍໃຫ້ມີເນື້ອແທ້ກວ່າອີກ, ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອີຢູ ໃນປີ 2027.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn

ທ່ານ Antonio Costa ຢືນຢັນວ່າ ອີຢູ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນອາຊຽນ ແລະໃນຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ, ແມ່ນຄູ່ຮ່ວມມືແບ່ງປັນຈຸດຄ້າຍຄືກັນກັບອີຢູ ກ່ຽວກັບການເຄົາລົບກົດໝາຍສາກົນ, ສະໜັບສະໜູນການຄ້າເສລີ, ຄວາມເສລີໃນການເດີນທະເລ. ທ່ານປະທານ Antonio Costa ຢືນຢັນວ່າ ການຢ້ຽມຢາມຂອງທ່ານ ແມ່ນໄລຍະເວລາປະຫວັດສາດດ້ວຍເລື່ອງສອງຝ່າຍ ຍົກລະດັບການພົວພັນຂຶ້ນສູ່ລະດັບສູງໃໝ່, ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານທຳອິດຂອງອີຢູ ໃນອາຊຽນ, ສະແດງອອກໃຫ້ເຫັນບໍ່ພຽງແຕ່ໄລຍະທາງ 30 ປີ ເທົ່ານັ້ນ ຫາກຍັງແມ່ນຄວາມສະໜິດຕິດພັນ, ຄຽງບ່າຄຽງໄຫຼ່ກ່ຽວກັບວິໄສທັດເບິ່ງກວ້າງມອງໄກໃນສະພາບການໂລກທີ່ຄາດເດົາໄດ້ຍາກ ຄືປະຈຸບັນ.

ການນຳສອງທ່ານ ໄດ້ປະກາດການຍົກລະດັບການພົວພັນຫວຽດນາມ-ອີຢູ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການພາຍຫຼັງເວລາ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ພ້ອມທັງເຫັນດີເປັນເອກະພາບກ່ຽວກັບທິດທາງສ້າງແຜນການກະທຳ ເພື່ອແນໃສ່ຈັດຕັ້ງປະຕິບັດຖະແຫຼງການຮ່ວມ ວ່າດ້ວຍຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອີຢູ ໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນ.

ພາຍຫຼັງການພົບປະສອງຝ່າຍ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Antonio Costa ປະທານສະພາເອີລົບ  ໄດ້ພົບປະສື່ມວນຊົນ ເພື່ອແຈ້ງຂໍ້ມູນກ່ຽວກັບຜົນການພົບປະສອງຝ່າຍ.

ຫວຽດນາມ ຖືເປັນສຳຄັນບົດບາດ ແລະຖານະທີ່ຕັ້ງທົ່ວໂລກຂອງ ອີຢູ

ຕອນບ່າຍວັນທີ 29 ມັງກອນ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ Antonio Costa ປະທານສະພາເອີລົບ.

ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນບົດບາດ ແລະຖານະທີ່ຕັ້ງທົ່ວໂລກຂອງອີຢູ, ປາດຖະໜາຢາກເພີ່ມທະວີການພົວພັນກັບ ອີຢູ - ໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ກ່ຽວກັບເສດຖະກິດ, ການຄ້າ, ການລົງທຶນ ແລະໄປນຳໜ້າໃນການຊຸກຍູ້ການພັດທະນາແບບຍືນຍົງ, ການເຕີບໂຕສີຂຽວ, ເສດຖະກິດໝູນວຽນ, ຫັນເປັນດີຈີຕອນ, ພະລັງງານທົດແທນ ແລະການຄ້າເສລີ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Antonio Costa ປະທານສະພາເອີລົບ. ພາບ: qdnd.vn

ກ່ຽວກັບການກຳນົດທິດຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ, ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການພົບປະ, ເຈລະຈາຂັ້ນສູງ; ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ; ຈັດຕັ້ງປະຕິບັດຖະແຫຼງການຮ່ວມໂດຍໄວ, ຜ່ານນັ້ນນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອີຢູ ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ. ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນສະດວກ, ອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນຕ່າງປະເທດ, ໃນນັ້ນມີວິສາຫະກິດ ອີຢູ.

ແບ່ງປັນກ່ຽວກັບສະພາບການໂລກ ແລະພາກພື້ນ, ການນຳສອງທ່ານ ໄດ້ຕີລາຄາກ່ຽວກັບວິໄສທັດລວມກ່ຽວກັບການສູ້ຊົນໃຫ້ແກ່ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອແນໃສ່ພັດທະນາແບບຍືນຍົງ ແລະມຸ່ງໄປເຖິງຄວາມວັດທະນາຖາວອນລວມ; ຢືນຢັນຄຳໝັ້ນສັນຍາຂອງທັງສອງຝ່າຍຊຸກຍູ້ລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ ແລະແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດບັດສະຫະປະຊາຊາດ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີໃນການເດີນທະເລ ແລະໃນການບິນ ແລະເຄົາລົບກົດໝາຍຢູ່ທະເລຕາເວັນອອກ ກໍ່ຄືຢູ່ມະຫາສະໝຸດອິນເດຍ-ປາຊີຟິກ.

ຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລັດຖະສະພາເອີລົບ

ຕອນບ່າຍວັນດຽວກັນ, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Antonio Costa ປະທານສະພາເອີລົບ. 

ທ່ານປະທານສະພາແຫ່ງຊາດ ຖືວ່າ ໃນສະພາບການໂລກພວມປະເຊີນໜ້າກັບສິ່ງທ້າທາຍທີ່ສັບສົນ, ຄື: ຂາດສະຖຽນລະພາບດ້ານການເມືອງ, ການປ່ຽນແປງຂອງດິນຟ້າອາກາດ ແລະເສດຖະກິດທົ່ວໂລກຊຸດໂຊມ, ເລື່ອງ ຫວຽດນາມ ແລະອີຢູ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຍິ່ງຢັ້ງຢືນຄວາມຕັດສິນໃຈຂອງສອງຝ່າຍໃນການປະສານສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີຫຼາຍຝ່າຍ, ປົກປ້ອງ ແລະຊຸກຍູ້ການຄ້າເສລີ, ສະເໝີພາບ, ອີງໃສ່ກົດໝາຍສາກົນ. ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ ຫວຽດນາມ ຢຶດໝັ້ນປະຕິບັດແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ພ້ອມແລ້ວເປັນເພື່ອນມິດ, ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຂອງອີຢູ ແລະປະຊາຄົມສາກົນ.

leftcenterrightdel
ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Antonio Costa ປະທານສະພາເອີລົບ. ພາບ: ສຳນັກຂ່າວສານຫວຽດນາມ

ແບ່ງປັນກັບການຕີລາຄາ, ສະເໜີຂອງທ່ານປະທານສະພາແຫ່ງຊາດຫວຽດນາມ, ທ່ານ Antonio Costa ເຫັນດີວ່າ ສອງຝ່າຍຄວນປະສານສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ, ໃນນັ້ນມີເລື່ອງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການແລກປ່ຽນຄະນະທຸກຂັ້ນ ແລະໃນທຸກຊ່ອງທາງ, ໃນນັ້ນມີຊ່ອງທາງລັດຖະສະພາ, ຈັດຕັ້ງປະຕິບັດ EVFTA ໃຫ້ມີປະສິດທິຜົນ ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດ ແລະກາລະໂອກາດຮ່ວມມືຢ່າງກວ້າງໃຫຍ່ໃຫ້ແກ່ປະຊາຄົມວິສາຫະກິດສອງຝ່າຍ; ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຄື: ເສດຖະກິດທະເລ, ການຫັນເປັນດີຈີຕອນ, ພະລັງງານທົດແທນ, ພື້ນຖານໂຄງລ່າງ, ວິທະຍາສາດ, ເຕັກໂນໂລຢີ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

ການນຳສອງທ່ານ ກໍ່ເຫັນດີເປັນເອກະພາບ ຄວນຍູ້ແຮງການແລກປ່ຽນບົດຮຽນນິຕິບັນຍັດລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລັດຖະສະພາເອີລົບ ກໍ່ຄືບັນດາປະເທດສະມາຊິກ; ສະໜັບສະໜູນກັນທີ່ເວທີລັດຖະສະພາພາກພື້ນ ແລະໃນໂລກ ເພື່ອປະກອບສ່ວນໃຫ້ແກ່ສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ, ໃນນັ້ນມີການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ.

ໂດຍ: ແສງເດືອນ