leftcenterrightdel
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນ ແລະຍາມໃດກໍ່ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນມຸ່ງໄປເຖິງການແກ້ໄຂການປະທະກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ, ເຄົາລົບສິດພື້ນຖານຂອງບັນດາຝ່າຍທີ່ກ່ຽວຂ້ອງ. ໂດຍແມ່ນໜຶ່ງໃນບັນດາປະເທດທຳອິດທີ່ໄດ້ຮັບຮອງລັດປາແລັດສະຕິນ, ຫວຽດນາມ ຊົມເຊີຍທຸກຄວາມມານະພະຍາຍາມແນໃສ່ນຳເອົາສັນຕິພາບແບບຍືນຍົງມາໃຫ້ເຂດກາຊາ, ເພື່ອຜົນປະໂຫຍດຂອງປະຊາຊົນປາແລັດສະຕິນ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ.

ບົນເນື້ອໃນຈິດໃຈນັ້ນ, ຫວຽດນາມ ສະໜັບສະໜູນແຜນການສັນຕິພາບ ກ່ຽວກັບການຢຸດຕິການປະທະກັນຢູ່ເຂດກາຊາ ທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດຮັບຮອງເອົາໃນມະຕິ 2803 ລົງວັນທີ 17 ພະຈິກ 2025 ແລະໄດ້ຮັບຄຳເຊີນເຂົ້າຮ່ວມສະພາສັນຕິພາບເພື່ອຜັນຂະຫຍາຍແຜນການສັນຕິພາບນີ້. ຫວຽດນາມ ຈະຕັ້ງໜ້າສົມທົບກັບບັນດາສະມາຊິກຂອງສະພາສັນຕິພາບໃນການຜັນຂະຫຍາຍແຜນການສັນຕິພາບ ແລະຜ່ານນັ້ນກໍ່ຈະຢຸດຕິການປະທະກັນຢູ່ເຂດກາຊາ, ຊຸກຍູ້ສັນຕິພາບແບບຍືນຍົງຢູ່ຕາເວັນອອກກາງ ບົນພື້ນຖານມາດຕະການສອງລັດ, ສອດຄ່ອງກັບກົດໝາຍສາກົນ, ກົດບັດ ແລະບັນດາມະຕິທີ່ກ່ຽວຂ້ອງຂອງສະຫະປະຊາຊາດ”.

ໂດຍ: ເຈິ່ນຮວ່ຽນ