ທີ່ການຕ້ອນຮັບ, ທ່ານປະທານາທິບໍດີ Miloš Zeman ຕີລາຄາສູງຕໍ່ການພັດທະນາອັນດີງາມຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງ ສ ເຊັກໂກ ແລະຫວຽດນາມ ໃນໄລຍະຜ່ານມາ. ທ່ານປະທານາທິບໍດີ ຕີລາຄາສູງຕໍ່ບັນດາຜົນງານພັດທະນາເສດຖະກິດສັງຄົມ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະມໍ່ໆມານີ້, ພິເສດແມ່ນໃນຂົງເຂດເສດຖະກິດ. ທ່ານປະທານາທິບໍດີ ກໍ່ສະແດງຄວາມປະທັບໃຈອັນດີງາມຕໍ່ປະຊາຄົມຊາວຫວຽດນາມ ຢູ່ ສ ເຊັກໂກ, ຖືວ່າ ນີ້ແມ່ນປະຊາຄົມທີ່ສາມັກຄີ ແລະມີການເຊື່ອມຕົວເຂົ້າກັບສັງຄົມ ເຊັກໂກ ໄດ້ຢ່າງດີງາມ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຖ໋າຍຊວນຢຸງ ທີ່ພິທີຍື່ນສານຕາຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານເອກອັກຄະລັດຖະທູດ ຖ໋າຍຊວນຢຸງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນລໍ້າຄ່າ ແລະມີປະສິດທິຜົນຂອງລັດຖະບານ ແລະປະຊາຊົນ ສ ເຊັກໂກ ກໍ່ຄືອາລົມຈິດອັນດີງາມຂອງທ່ານປະທານາທິບໍດີ ທີ່ສະຫງວນໃຫ້ປະເທດຊາດ ແລະປະຊາຊົນຫວຽດນາມ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານກັບ ສ ເຊັກໂກ. ທ່ານ ຖ໋າຍຊວນຢຸງ ສະແດງຄວາມປາດຖະໜາວ່າ ລັດ, ລັດຖະບານ ແລະທ່ານປະທານາທິບໍດີ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນຊາວຫວຽດນາມ ເຊື່ອມຕົວຢ່າງເລິກເຊິ່ງເຂົ້າກັບສັງຄົມຢູ່ປະເທດປະຈໍາຖິ່ນ.

leftcenterrightdel
ທ່ານປະທານາທິບໍດີ Miloš Zeman ຕ້ອນຮັບທ່ານເອກອັກຄະລັດຖະທູດ ຖ໋າຍຊວນຢຸງ. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອຕອບສໍາພາດຕໍ່ນັກຂ່າວພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ຖ໋າຍຊວນຢຸງ ໃຫ້ຮູ້ວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນໃຫ້ແກ່ການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ-ສ ເຊັກໂກ ໃຫ້ຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດລວມ, ສັນຕິພາບ, ມິດຕະພາບ ແລະການຮ່ວມມືຂອງປະຊາຊົນສອງປະເທດ.

ໂດຍ: ທະນາພອນ