ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ຈະຕັ້ງໜ້າປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງ ເພື່ອສັນຕິພາບ ແລະຄວາມຈະເລີນຮຸ່ງເຮືອງຢູ່ອາຊີ ລະຫວ່າງຫວຽດນາມ ແລະຍີ່ປຸ່ນ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Suga Yoshihide ນາຍົກລັດຖະມົນຕີ ຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ຫງວຽນທິກິມເງິນ ສະເໜີໃຫ້ທ່ານ Suga Yoshihide ສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂຊຸກຍູ້ການພົບປະແລກປ່ຽນວັດທະນະທໍາ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຜ່ານການຮັບເອົານັກຝຶກງານຫວຽດນາມ; ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ທີ່ກໍາລັງສຶກສາຮໍ່າຮຽນ, ດໍາລົງຊີວິດ, ເຮັດວຽກຢູ່ຍີ່ປຸ່ນ. ທ່ານນາງ ຫງວຽນທິກິມເງິນ ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ຮັກສາບັນດາການຢ້ຽມຢາມ, ພົບປະຂັ້ນຕ່າງໆ, ພິເສດແມ່ນການພົບປະຂັ້ນສູງ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: VOV.VN

ທ່ານ Suga Yoshihide ຂອບໃຈສະພາແຫ່ງຊາດຫວຽດນາມ ທີ່ໄດ້ໜູນຊ່ວຍຜ້າອັດປາກ-ອັດດັງ ຈໍານວນ 20.000 ອັນໃຫ້ແກ່ຍີ່ປຸ່ນ; ພ້ອມທັງປາດຖະໜາຢາກພ້ອມກັບຫວຽດນາມ ຜ່ານຜ່າພະຍາດໂຄວິດ-19. ທ່ານ Suga Yoshihide ຢັ້ງຢືນວ່າ ຍີ່ປຸ່ນ ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ແລະຫວຽດນາມ ກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີຕາມກົດໝາຍສາກົນ.

ໂດຍ: ໄຊຊະນະ