ໃນສານທີ່ສົ່ງເຖິງວາລະກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ທົບທວນຄືນບັນດາຜົນງານເຊິ່ງມະນຸດບັນລຸໄດ້ໃນຕະຫຼອດ 75 ປີ ຜ່ານມາ, ຢັ້ງຢືນບົດບາດທີ່ຂາດບໍ່ໄດ້ຂອງອົງການ ສປຊ ໃນຖານະເປັນ “ສູນປະສານງານກະທໍາຂອງບັນດາປະເທດ”. ຕໍ່ໜ້າບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນຄືໃນປັດຈຸບັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ປະຊາຄົມສາກົນຕ້ອງສາມັກຄີກັນ, ຮ່ວມມືກວ່າອີກເພື່ອເພີ່ມທະວີລັດທິຫຼາຍຝ່າຍດ້ວຍໃຈກາງແມ່ນ ສປຊ, ເຄົາລົບກົດບັດ, ກົດໝາຍສາກົນ, ເຄົາລົບເອກະລາດ, ອະທິປະໄຕຂອງບັນດາປະເທດຢ່າງສຸດຂີດກໍ່ຄືຖືມະນຸດແມ່ນໃຈກາງຂອງທຸກຄວາມມານະພະຍາຍາມພັດທະນາ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສົ່ງສານເຖິງວາລະປະຊຸມຂັ້ນສູງເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຢັ້ງຢືນຢ່າງແຮງວ່າ ບັນດາຜົນງານອັນໃຫຍ່ຫຼວງເຊິ່ງ ຫວຽດນາມ ບັນລຸໄດ້ໃນກິດຈະການປ່ຽນແປງໃໝ່, ການປະຕິຮູບ, ເປີດປະຕູ, ການເຊື່ອມໂຍງເຂົ້າກັບສາກົນ ແລະພັດທະນາເສດຖະກິດ-ສັງຄົມ, ບັນດາຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະການຟື້ນຟູພາຍຫຼັງໂຄວິດ-19 ກໍ່ຄືການປະກອບສ່ວນຢູ່ບັນດາລະບອບລະບຽບການຫຼາຍຝ່າຍສໍາຄັນຄື ນິວຢອກ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ກ່າວຄໍາຂອບໃຈປະຊາຄົມສາກົນທີ່ມີຄວາມໄວ້ວາງໃຈເລືອກຕັ້ງ ຫວຽດນາມ ດໍາລົງຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ພ້ອມທັງຢັ້ງຢືນຄວາມຕັດສິນໃຈຂອງປະຊາຊົນຫວຽດນາມ ທີ່ຈະປະຕິບັດສໍາເລັດບັນດາພາລະໜ້າທີ່ເຊິ່ງປະຊາຄົມສາກົນມອບໝາຍໃຫ້, ລວມທັງຖານະຕໍາແໜ່ງເປັນປະທານອາຊຽນ 2020, ມານະພະຍາຍາມປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ປະຕິບັດສໍາເລັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG).

ໂດຍ: ໄຊຊະນະ