leftcenterrightdel
ທ່ານ ຮວ່າງບິ່ງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ກ່າວຄໍາເຫັນທີ່ການພົບປະເຈລະຈາທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະເຈລະຈາ, ທ່ານ ຮວ່າງບິ່ງກວນ ຕີລາຄາສູງການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະພັກ PT, ຖືວ່ານີ້ແມ່ນໜຶ່ງໃນບັນດາການຮ່ວມມືເປັນແບບຢ່າງທີ່ດີເດັ່ນໃນການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະບັນດາພັກການເມືອງຢູ່ພາກພື້ນອາເມລິກາລາຕິງ; ສະແດງຄວາມນັບຖື ແລະຂອບໃຈຕໍ່ອາລົມຈິດ, ການສະໜັບສະໜູນຂອງທ່ານ Alberto Anaya ແລະພັກ PT ທີ່ສະຫງວນໃຫ້ແກ່ຫວຽດນາມ, ເປັນຕົ້ນແມ່ນຫຼັກໝັ້ນສະເໝີຕົ້ນສະເໝີປາຍສະໜັບສະໜູນຫວຽດນາມ ໃນບັນຫາທະເລຕາເວັນອອກ; ຍົກອອກບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍ, ບັນດາການເຄື່ອນໄຫວໃນຂອບເຂດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-1975 / 5-2020), ບັນດາມາດຕະການຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ ໄລຍະ 2019-2024 ຢ່າງມີປະສິດທິຜົນ.

ສ່ວນທ່ານ Alberto Anaya ຢັ້ງຢືນຄວາມປາດຖະໜາຢາກຍູ້ແຮງ ແລະເຮັດໃຫ້ການພົວພັນສະໜິດຕິດພັນ ແລະການຮ່ວມມືຫຼາຍດ້ານລະຫວ່າງພັກແຮງງານແມັກຊີໂກ ແລະພັກກອມມູນິດຫວຽດນາມ ເລິກເຊິ່ງກວ່າອີກ, ສ້າງພື້ນຖານການເມືອງສໍາຄັນ ເພື່ອຊຸກຍູ້ການພົວພັນລະຫວ່າງລັດ, ສະພາແຫ່ງຊາດ ແລະປະຊາຊົນສອງປະເທດແມັກຊີໂກ-ຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ