ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ
    
    
    
        
            
ກປ.ອອນໄລ - ຕອນບ່າຍວັນທີ 17 ກັນຍາ 2020, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Kang Kyung Wha ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ທີ່ກໍາລັງຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 17-18 ກັນຍາ 2020. 
        
        
        
            
	ທີ່ການຕ້ອນຮັບ, ທ່ານນາງ Kang Kyung Wha ຕີລາຄາສູງຄວາມມານະພະຍາຍາມຂອງນາຍົກລັດຖະມົນຕີຫວຽດນາມ ໃນການຊຸກຍູ້ການພົວພັນສອງປະເທດ. ເຖິງແມ່ນວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍຕາມ ແຕ່ລັດຖະບານ, ນາຍົກລັດຖະມົນຕີຫວຽດນາມ ຍັງສະໜັບສະໜູນ, ມີບັນດາມາດຕະການຊຸກຍູ້ການພົວພັນສອງປະເທດຢ່າງມີປະສິດທິຜົນ. ທ່ານນາງ Kang Kyung Wha ກໍສະແດງຄວາມປະທັບໃຈກ່ຽວກັບເລື່ອງຫວຽດນາມຄວບຄຸມໄດ້ເຊື້ອພະຍາດໂຄວິດ-19; ພະຍາຍາມປະຕິບັດການພົບປະແລກປ່ຽນລະຫວ່າງສອງປະເທດ ໃນສະພາບການພະຍາດໂຄວິດ-19. ປັດຈຸບັນ, ມີຊາວ ສ.ເກົາຫຼີ ເປັນຈໍານວນຫຼວງຫຼາຍກໍາລັງມີຄວາມປາດຖະໜາຢາກເຂົ້າເມືອງຫວຽດນາມ ເພື່ອລົງທຶນ, ຜະລິດດໍາເນີນທຸລະກິດ ແລະກົງກັນຂ້າມ. ຝ່າຍ ສ.ເກົາຫຼີ ກໍຈະອໍານວຍຄວາມສະດວກໃຫ້ແກ່ຊາວຫວຽດນາມ ເຂົ້າເມືອງ ສ.ເກົາຫຼີ...
	
		
			
				     | 
		
		
			
				  | 
		
		
			| 
				ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Kang Kyung Wha ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ. | 
		
	
	ຂອບໃຈຄໍາເຫັນຂອງທ່ານນາງ Kang Kyung Wha, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າຈະສ້າງທຸກເງື່ອນໄຂໃຫ້ແກ່ບັນດານັກຊ່ຽວຊານ, ນັກຄຸ້ມຄອງ ສ.ເກົາຫຼີ ເຂົ້າເມືອງຫວຽດນາມ ເພື່ອລົງທຶນ, ດໍາເນີນທຸລະກິດ; ເນັ້ນໜັກວ່າ ຫວຽດນາມ ຈະສະໜັບສະໜູນ “ນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່” ຂອງ ສ.ເກົາຫຼີ;  ຫວັງວ່າສອງຝ່າຍຈະສືບຕໍ່ຮັກສາການພົບປະຂັ້ນສູງບົນພື້ນຖານຮັບປະກັນສະກັດກັ້ນ ແລະຕ້ານພະຍາດໂຄວິດ-19, ຜ່ານນັ້ນ, ຍູ້ແຮງການພົບປະແລກປ່ຽນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເພື່ອຊຸກຍູ້ຢ່າງແຮງການພົວພັນຮ່ວມມືລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ຝ່າຍ ສ.ເກົາຫຼີ ສົມທົບກັນ ແລະມີມາດຕະການຢ່າງມີປະສິດທິຜົນ, ອໍານວຍຄວາມສະດວກດ້ານລະບຽບການເພື່ອໃຫ້ສອງຝ່າຍບັນລຸເປົ້າໝາຍວົງເງິນການຄ້າສອງສົ້ນຂຶ້ນເປັນ 100 ຕື້ໂດລາສະຫະລັດ; ກ້າວໄປເຖິງຄວາມດຸ່ນດ່ຽງດ້ານການຄ້າ...
	ກ່ຽວກັບສະພາບທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ, ສ.ເກົາຫຼີ ຈະສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະອາຊຽນ ໃນບັນຫາທະເລຕາເວັນອອກ, ໃນນັ້ນຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງໃນການເດີນທະເລ ແລະການບິນ; ເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).
	ໂດຍ: ໄຊຊະນະ