leftcenterrightdel
ພາບປະກອບ: baoquocte.vn

ຕາມກະຊວງການຕ່າງປະເທດຫວຽດນາມ, ຄາດວ່າໃນວັນທີ 24 ກັນຍາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະສົ່ງສານເຖິງ “ວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ສະໄໝທີ 75”. ວັນທີ 21 ກັນຍາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຈະສົ່ງສານເຖິງ “ວາລະກອງປະຊຸມຂັ້ນສູງສະເຫຼີມສະຫຼອງວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 75 ປີ”. ວັນທີ 1 ຕຸລາ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ຈະສົ່ງສານເຖິງວາລະກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 25 ປີແຫ່ງກອງປະຊຸມໂລກກ່ຽວກັບແມ່ຍິງ ຄັ້ງທີ IV”. ວັນທີ 2 ຕຸລາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ຈະສົ່ງສານເຖິງ “ວາລະກອງປະຊຸມຂັ້ນສູງສະເຫຼີມສະຫຼອງວັນສາກົນວ່າດ້ວຍການລົບລ້າງອາວຸດນິວເຄຼຍຢ່າງສິ້ນເຊິງ”.

ໂດຍ: ໄຊຊະນະ