ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມຊົມເຊີຍຕໍ່ເລື່ອງຍີ່ປຸ່ນ ເລືອກເອົາຫວຽດນາມ ເປັນໜຶ່ງໃນບັນດາປະເທດທໍາອິດທີ່ຜ່ອນຜັນການຈໍາກັດໄປມາ, ພ້ອມທັງໃຫ້ຮູ້ວ່າ, ຫວຽດນາມ ກໍາລັງສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ນັກຊ່ຽວຊານ, ນັກລົງທຶນ, ນັກຄຸ້ມຄອງຂອງຍີ່ປຸ່ນ ມາຫວຽດນາມ, ສະເໜີໃຫ້ສອງຝ່າຍສືບຕໍ່ແລກປ່ຽນເພື່ອເປີດສາຍການບິນທາງການຄ້າຄືນໃໝ່ໃນໄລຍະຈະມາເຖິງ.

ສ່ວນທ່ານນາຍົກລັດຖະມົນຕີ Abe Shinzo ໃຫ້ຮູ້ວ່າທີ່ຜ່ານມາເຄິ່ງໜຶ່ງໃນຈໍານວນວິສາຫະກິດທີ່ລັດຖະບານຍີ່ປຸ່ນ ໄດ້ໜູນຊ່ວຍເພື່ອເພີ່ມທະວີ, ເປີດກວ້າງລະບົບສະໜອງນັ້ນໄດ້ເລືອກເອົາຫວຽດນາມ; ລັດຖະບານຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍບັນດາວິສາຫະກິດຍີ່ປຸ່ນ ຫັນລະບົບສະໜອງໃຫ້ເປັນຫຼາຍຮູບຫຼາຍແບບ. ຍີ່ປຸ່ນ ກໍພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໄພແຫ້ງແລ້ງ, ນໍ້າທະເລຊຶມ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ທ່ານນາຍົກລັດຖະມົນຕີ Abe Shinzo ສືບຕໍ່ສົ່ງເສີມວິສາຫະກິດຍີ່ປຸ່ນ ເພີ່ມທະວີການລົງທຶນຢູ່ຫວຽດນາມ. ສອງຝ່າຍເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍໂຄງການມະຫາວິທະຍາໄລຫວຽດນາມ-ຍີ່ປຸ່ນ, ສົມທົບກັນຊຸກຍູ້ການຄ້າ, ການລົງທຶນຢູ່ພາກພື້ນ, ໃນນັ້ນມີການຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP).

ການນໍາສອງທ່ານເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຊຸກຍູ້ການຮ່ວມມືໃນຂອບເຂດແມ່ນໍ້າຂອງ-ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ຂໍ້ລິເລີ່ມການສົ່ງເສີມສຸຂະພາບທົ່ວປວງຊົນ (UHC) ກໍຄືຂໍ້ລິເລີ່ມຂອງຍີ່ປຸ່ນ ວ່າດ້ວຍການສ້າງຕັ້ງສູນອາຊຽນກ່ຽວກັບການຮັບມືກັບໂລກລະບາດທີ່ຫາກໍ່ເກີດຂຶ້ນໃໝ່ ແລະບັນດາບັນຫາການແພດສຸກເສີນ.

ໂດຍ: ໄຊຊະນະ