leftcenterrightdel
ທ່ານ ເຈິ່ນກວ໊ກເວື້ອງ ຜູ້ປະຈໍາການຄະນະເລຂາທິການ ຕ້ອນຮັບທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ເຈິ່ນກວ໊ກເວື້ອງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາບາດກ້າວພັດທະນາໃນການພົວພັນສອງປະເທດຫວຽດນາມ-ອິນເດຍ ໃນໄລຍະຜ່ານມາດ້ວຍຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ທ່ານຢັ້ງຢືນວ່າພັກ ແລະລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍ ກວ່າອີກ.

ສ່ວນທ່ານ Pranay Verma ກໍ່ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນໃນໄລຍະຜ່ານມາ, ການພົວພັນສອງຝ່າຍສືບຕໍ່ເພີ່ມທະວີໃນທຸກຂົງເຂດ, ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການພົບປະແລກປ່ຽນປະຊາຊົນ; ພ້ອມທັງຕີລາຄາສູງຕໍ່ບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານ Pranay Verma ຢັ້ງຢືນວ່າ ລັດຖະບານອິນເດຍຈະສືບຕໍ່ສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຕໍ່ການຊຸກຍູ້ການພົວພັນກັບຫວຽດນາມ, ປາດຖະໜາຢາກຮ່ວມມືກັບຫວຽດນາມ ເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນໃນພາກພື້ນຢ່າງແຮງ.

ໂດຍ: ຈາງຫງວຽນ