ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຕໍ່ຂະແໜງສາທາລະນະສຸກ, ການນໍານະຄອນດ່ານັ້ງ, ແຂວງກວ໋າງນາມ ທີ່ມີບັນດາມາດຕະການຢ່າງທັນການ, ຈັດສົ່ງບັນດານັກຊ່ຽວຊານ, ຖັນແຖວແພດໝໍທີ່ມີສີມືໄປເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ຢູ່ດ່ານັ້ງ. ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ທ່ານນາຍົກ ລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເດັດຂາດຕ້ອງປິດບໍລິເວນ, ກໍາຈັດພະຍາດ ແລະຮັກສາໄລຍະຫ່າງທາງສັງຄົມຢູ່ເຂດຊຸມຊົນທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19; ຕັດສິນໃຈປະຕິບັດສອງເປົ້າໝາຍຄວບຄູ່ໃນຂະນະທີ່ທົ່ວໂລກ ພວມປະສົບກັບຄວາມຫຍຸ້ງຍາກນີ້...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: Chinhphu.vn

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຜັນຂະຫຍາຍບັນດາມາດຕະການໃນທັນທີດ້ວຍຈິດໃຈ “ບໍ່ຄວນເຜີຕົວ, ບໍ່ຄວນປະໝາດຢ່າງເດັດຂາດ”, “ລະດົມທັງລະບົບການເມືອງ, ຖືນີ້ເປັນໜ້າທີ່ການເມືອງສໍາຄັນເພື່ອຊີ້ນໍາຜັນຂະຫຍາຍ”. ພ້ອມກັນນັ້ນແມ່ນເປີດນໍາໃຊ້ລະບົບການແພດຄືນໃໝ່ເພື່ອກຽມພ້ອມປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ຢ່າງເປັນເຈົ້າການກວ່າ, ເສີມຂະຫຍາຍຜົນສໍາເລັດຈາກບັນດາມາດຕະການປິດລ້ອມບໍລິເວນ, ກໍາຈັດພະຍາດຈາກຄັ້ງກ່ອນ.

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງທິດນໍາທີ່ວ່າ: “ປະຊາຊົນແຕ່ລະຄົນແມ່ນນັກຮົບຄົນໜຶ່ງ, ເຮືອນແຕ່ລະຫຼັງ, ແຕ່ລະໝູ່ບ້ານແມ່ນປ້ອມປືນໃຫຍ່ສະກັດກັ້ນພະຍາດ. ພວກເຮົາຕ້ອງປົກປ້ອງຕົນເອງ, ປົກປ້ອງຄອບຄົວຕົນເອງ ແລະທ້ອງຖິ່ນຂອງຕົນ”. ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ແກ້ໄຂຢ່າງເຂັ້ມງວດຕໍ່ບັນດາຂ່າວລື, ຂ່າວປອມກ່ຽວກັບພະຍາດໂຄວິດ-19. ທ່ານ ຫງວຽນຊວນຟຸກ ກໍ່ເຕືອນບັນດາກະຊວງ, ຂະແໜງການ, ທ້ອງຖິ່ນວ່າຕ້ອງປະຕິບັດບ້ວງເງິນໜູນຊ່ວຍຊີວິດສັງຄົມ, ປີການເງິນໃຫ້ເປັນຢ່າງດີກວ່າອີກເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະປະຊາຊົນ. ບັນດາອົງການຈັດຕັ້ງການເມືອງສັງຄົມຕ້ອງເພີ່ມທະວີບັນດາຮູບການປຸກລະດົມປະຊາຊົນໃຫ້ຍົກສູງສະຕິລະວັງຕົວໃນການປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19. 

ໂດຍ: ໄຊຊະນະ