ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟຸ່ງກ໊ວກຫຽນ ຮອງປະທານສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ ກອງປະຊຸມໄດ້ຈັດຂຶ້ນຕາມຂໍ້ລິເລີ່ມຂອງຫວຽດນາມ ໃນຖານະເປັນປະທານໄອປາ 2020 ດ້ວຍຄວາມປາດຖະໜາຢາກໃຫ້ບັນດາລັດຖະສະພາສະມາຊິກ, ບັນດາຄູ່ຮ່ວມມືພ້ອມກັນປຶກສາຫາລືກ່ຽວກັບກົນໄກຮ່ວມມືລະຫວ່າງລັດຖະສະພາໄອປາ ໃນບັນດາຂົງເຂດການສຶກສາ ແລະວັດທະນະທໍາ, ເພື່ອແນໃສ່ປະຕິບັດໂຄງການດໍາເນີນງານ 2030 ເພື່ອການພັດທະນາແບບຍືນຍົງຂອງ ສປຊ, ຜ່ານນັ້ນປະກອບສ່ວນຮັກສາສີສັນອາຊຽນ, ສ້າງປະຊາຄົມອາຊຽນ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ສີວິໄລ ແລະພັດທະນາແບບຍືນຍົງ. 

leftcenterrightdel
ບັນຍາກາດທີ່ກອງປະຊຸມທາງໄກ “ຄູ່ຮ່ວມມືລັດຖະສະພາກ່ຽວກັບການຮ່ວມມືດ້ານການສຶກສາ, ວັດທະນະທໍາເພື່ອການພັດທະນາແບບຍືນຍົງ”. ພາບ: ວັນດຽບ.

ຕາງໜ້າຜູ້ປະສານງານຂອງ ສປຊ ປະຈໍາຫວຽດນາມ, ທ່ານ Kidong Park ຫົວໜ້າອົງການອະນາໄມໂລກ (WHO) ປະຈໍາຫວຽດນາມ ໄດ້ຢັ້ງຢືນວ່າ ສປຊ ຈະໜູນຊ່ວຍ ໄອປາ ໃນການຜັນຂະຫຍາຍການຈັດຕັ້ງປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ເນື່ອງໃນໂອກາດນີ້, ທ່ານ Kidong Park ຕີລາຄາສູງບັນດາໝາກຜົນຂອງຫວຽດນາມ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19, ພ້ອມທັງຢັ້ງຢືນວ່າຈະສະໜັບສະໜູນບັນດາຄວາມມານະພະຍາຍາມຕ້ານພະຍາດໂຄວິດ-19 ໃນປັດຈຸບັນຂອງລັດຖະບານຫວຽດນາມ.

ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືບົດບາດຂອງລັດຖະສະພາໃນການສ້າງຂອບນິຕິກໍາໃຫ້ແກ່ການສຶກສາທາງໄກ, ການສຶກສາທາງອອນລາຍ ແລະການເຊື່ອມຕໍ່ການສຶກສາໃນພາກພື້ນອາຊຽນ ໃນສະພາບການຮັບມືກັບພະຍາດໂຄວິດ-19; ໃນການສ້າງຂອບນິຕິກໍາເພື່ອອະນຸລັກຮັກສາ ແລະເຊື່ອມຕໍ່ມໍລະດົກວັດທະນະທໍາໃນພາກພື້ນອາຊຽນ ທີ່ຕິດພັນກັບການຮ່ວມມືພັດທະນາການທ່ອງທ່ຽວແບບຍືນຍົງ, ກໍຄືໃນການເສີມຂະຫຍາຍແຫຼ່ງກໍາລັງໃຫ້ແກ່ການພັດທະນາການສຶກສາ ແລະວັດທະນະທໍາເພື່ອຮັບໃຊ້ເປົ້າໝາຍພັດທະນາແບບຍືນຍົງ.

ໂດຍ: ໄຊຊະນະ