ເຂົ້າຮ່ວມກອງປະຊຸມດັ່ງກ່າວມີຜູ້ແທນ 150 ຄົນຂອງບັນດາອົງການສັງກັດ 3 ເສົາຄໍ້າປະຊາຄົມອາຊຽນ, ບັນດາອົງການຈັດຕັ້ງສາກົນ ແລະພາກພື້ນ.

leftcenterrightdel
ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນກ໊ວກຢຸງ ຕີລາຄາການເຈລະຈາທາງໄກມີຄວາມໝາຍສໍາຄັນ, ປະກອບສ່ວນໃຫ້ແກ່ການສ້າງຮ່າງແຜນການຟື້ນຟູສັງລວມຂອງອາຊຽນ; ເນັ້ນໜັກວ່າບັນດາມາດຕະການຟື້ນຟູຄວນເໝາະສົມກັບບັນດາໄລຍະສັ້ນ, ໄລຍະກາງ ແລະໄລຍະຍາວ, ກໍ່ຄືຕ້ອງດຸ່ນດ່ຽງເປົ້າໝາຍຄູ່ “ທັງຄວບຄຸມພະຍາດໂຄວິດ-19 ເປັນຢ່າງດີ ທັງຟື້ນຟູບັນດາການເຄື່ອນໄຫວເສດຖະກິດຢ່າງໄວ”. ໃນບົດບາດເປັນປະທານກຸ່ມປະຕິບັດງານ ACCWG-PHE, ທ່ານ ຫງວຽນກ໊ວກຢຸງ ຮຽກຮ້ອງການເຂົ້າຮ່ວມ, ປະກອບສ່ວນຂອງພາກເອກະຊົນ, ບັນດາອົງການຈັດຕັ້ງສາກົນ ແລະບັນດາຄູ່ຮ່ວມມືຂອງອາຊຽນ ໃນວິວັດການສ້າງ, ຮ່າງແຜນການຟື້ນຟູສັງລວມຂອງອາຊຽນ, ໃນຕໍ່ໜ້າແມ່ນກະກຽມຮ່າງແຜນການຟື້ນຟູ.

ຄາດຄະເນວ່າ, ແຜນການສັງລວມຮັບມື ແລະການຟື້ນຟູຫຼັງພະຍາດໂຄວິດ-19 ຈະຍື່ນສະເໜີຕໍ່ບັນດາການນໍາອາຊຽນພິຈາລະນາ, ໃຫ້ຄໍາເຫັນຊີ້ນໍາຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນເດືອນພະຈິກຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ