ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສໍາຄັນ ແລະໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍສັນຍາ EVFTA ຢ່າງມີປະສິດທິຜົນ, ເສີມຂະຫຍາຍບັນດາຜົນປະໂຫຍດ ເຊິ່ງສັນຍາດັ່ງກ່າວນໍາມາໃຫ້ສອງຝ່າຍໃຫ້ໄດ້ຢ່າງສຸດຂີດ, ປະກອບສ່ວນເຂົ້າໃນການຊຸກຍູ້ການຫັນການຄ້າເປັນເສລີ, ການຮ່ວມມື, ການຮ່ວມສຳພັນຢູ່ພາກພື້ນອາຊີ-ປາຊີຟິກ, ປະກອບສ່ວນຟື້ນຟູການເຕີບໂຕໃນສະພາບທີ່ເສດຖະກິດທົ່ວໂລກ ແລະພາກພື້ນກໍາລັງໄດ້ຮັບຜົນກະທົບຢ່າງເລິກເຊິ່ງຈາກພະຍາດໂຄວິດ-19.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມທາງໂທລະສັບກັບປະທານຄະນະກໍາມະການເອີລົບ. ພາບ: ກວາງຮ໊ຽວ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ, ສຳລັບເລື່ອງ ອີຢູ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 4, ແມ່ນຕະຫຼາດສົ່ງອອກໃຫຍ່ທີ 2 ແລະແມ່ນນັກລົງທຶນໃຫຍ່ທີ 5 ຂອງຫວຽດນາມນັ້ນ, ສັນຍາ EVFTA ແມ່ນໂອກາດທີ່ດີເພື່ອຊ່ວຍໃຫ້ສອງຝ່າຍຍູ້ແຮງການຮ່ວມມື ແລະພ້ອມກັນພັດທະນາ. ເພື່ອໝູນໃຊ້ກາລະໂອກາດໄດ້ຢ່າງມີປະສິດທິຜົນ, ຫວຽດນາມ ສະເໜີໃຫ້ຄະນະກໍາມະການເອີລົບ ສົມທົບກັນຍົກສູງກໍາລັງຄວາມສາມາດໃນການປະຕິບັດສັນຍາ EVFTA ແລະຍູ້ແຮງການໂຄສະນາໃຫ້ບັນດາພາກສ່ວນ ແລະຄູ່ຮ່ວມມືທີ່ກ່ຽວຂ້ອງຂອງສອງຝ່າຍ; ຊຸກຍູ້ບັນດາປະເທດສະມາຊິກອີຢູ ໃຫ້ສັດຕະຍາບັນສັນຍາ EVIPA ໂດຍໄວ ແລະລົບລ້າງບັດເຫຼືອງສໍາລັບປະເພດສິນຄ້າສິນໃນນໍ້າ, ສິນທະເລຂອງຫວຽດນາມ.

ສ່ວນປະທານ EC ເນັ້ນໜັກວ່າ ອີຢູ ຖືເປັນສໍາຄັນການຮ່ວມມືກັບຫວຽດນາມໃນທຸກດ້ານ, ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປັນປະທານອາຊຽນ ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ; ທ່ານນາງ ກໍ່ໄດ້ແບ່ງປັນວິໄສທັດຂອງອີຢູ ກ່ຽວກັບການຮ່ວມມືຫຼາຍຝ່າຍເພື່ອມຸ່ງໄປເຖິງການພັດທະນາແບບຍືນຍົງ, ຊຸກຍູ້ສັນຕິພາບ, ຄວາມ ໝັ້ນຄົງໃນທົ່ວໂລກ ແລະພາກພື້ນ ໂດຍອີງໃສ່ກົດໝາຍ ກໍຄືຄວາມມຸ່ງມາດປາດຖະໜາຂອງ ອີຢູ ທີ່ເຂົ້າຮ່ວມຢ່າງຕັ້ງໜ້າກວ່າອີກ ໃນບັນດາກົນໄກ ໂດຍ ອາຊຽນ ຊັກນໍາ, ມຸ່ງໄປເຖິງການເປີດກວ້າງການພົວພັນຮ່ວມມືອາຊຽນ - ອີຢູ.

ປະທານ EC ສະແດງຄວາມນິຍົມນັບຖືຕໍ່ຜົນສໍາເລັດຂອງຫວຽດນາມ ໃນການຄວບຄຸມພະຍາດໂຄວິດ-19; ເຫັນດີເປັນເອກະພາບວ່າສອງຝ່າຍຈະສືບຕໍ່ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນການຮັບມືກັບພະຍາດໂຄວິດ-19 ແລະສົມທົບກັນໜູນຊ່ວຍພົນລະເມືອງຂອງກັນ, ອໍານວຍຄວາມສະດວກ ແລະຟື້ນຟູການເຊື່ອມຕໍ່ໄປມາຫາສູ່ກັນລະຫວ່າງຫວຽດນາມ ແລະອີຢູເທື່ອລະກ້າວ.

ໂດຍ: ໄຊຊະນະ