ທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ສະເໜີໃຫ້ຝ່າຍຈີນ ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວດ້ານການຄ້າລະຫວ່າງຫວຽດນາມ-ຈີນ; ນໍາເຂົ້າປະເພດສິນຄ້າທີ່ມີທ່າແຮງຂອງຫວຽດນາມ ໃຫ້ຫຼາຍກວ່າອີກ, ເປັນຕົ້ນແມ່ນຜະລິດຕະພັນກະເສດ; ສົ່ງເສີມວິສາຫະກິດຈີນ ຍູ້ແຮງການລົງທຶນເຂົ້າບັນດາຂົງເຂດເຕັກໂນໂລຢີກ້າວໜ້າ, ເປັນມິດກັບສິ່ງແວດລ້ອມ; ຊີ້ນໍາແກ້ໄຂບັນດາຂໍ້ຕິດຂັດ, ຂໍ້ຄົງຄ້າງຢູ່ບາງໂຄງການຮ່ວມມືໃຫ້ເຖິງຖອງ.

ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນບັນດາຂົງເຂດວິທະຍາສາດເຕັກໂນໂລຢີ, ສິ່ງແວດລ້ອມ, ຄົມມະນາຄົມຂົນສົ່ງ, ກະສິກໍາ, ສາທາລະນະສຸກ; ເປີດກວ້າງການຮ່ວມມືໃນຂົງເຂດວັດທະນະທໍາ, ການສຶກສາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ; ເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ປະຕິບັດຕາມຂໍ້ກໍານົດຂອງເອກະສານນິຕິກໍາກ່ຽວກັບຊາຍແດນທາງບົກ 3 ສະບັບ ແລະບັນດາຂໍ້ຕົກລົງກ່ຽວຂ້ອງຢ່າງເຂັ້ມງວດ.

ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຢູ່ທະເລໃນໄລຍະຜ່ານມາ ແລະຈຸດທີ່ຍັງມີຄວາມແຕກຕ່າງກັນກ່ຽວກັບບັນຫາຢູ່ທະເລ. ທ່ານ ຟ້າມບິ່ງມິງ ໄດ້ຍົກໃຫ້ເຫັນຄວາມວິຕົກກັງວົນຕໍ່ບັນດາການຜັນແປທີ່ສັບສົນຢູ່ທະເລຕາເວັນອອກຫວ່າງມໍ່ໆມານີ້; ທ່ານສະເໜີໃຫ້ສອງຝ່າຍຄວບຄຸມຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກໃຫ້ເປັນຢ່າງດີ, ບໍ່ມີການກະທໍາເຮັດໃຫ້ສະພາບການສັບສົນ, ເປີດກວ້າງການຂັດແຍ້ງກັນຕື່ມອີກ, ເຄົາລົບສິດທິ ແລະຜົນປະໂຫຍດອັນຊອບທໍາຂອງຫວຽດນາມ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ໂດຍ: ທູຈາງ