ໃນການໂອ້ລົມກັບສື່ມວນຊົນຫວຽດນາມ ກ່ອນນີ້ 5 ປີ, ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນຫັນການພົວພັນລະຫວ່າງຫວຽດນາມ-ອາເມລິກາ ເປັນປົກກະຕິ, ທ່ານ John Kerry ສະມາຊິກສະພາສູງ, ຕອນນັ້ນຍັງເປັນລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ກ່າວວ່າ “ຂ້າພະເຈົ້າຕ້ອງເສຍເວລາເປັນຫຼາຍປີເພື່ອລໍຖ້າຈຸດເວລາທີ່ຊາວອາເມລິກາ ເມື່ອຟັງຄໍາວ່າ ຫວຽດນາມ ກໍ່ຄິດເລີຍວ່ານີ້ແມ່ນປະເທດໜຶ່ງຫາກບໍ່ແມ່ນສົງຄາມ”.

“ຫຼາຍປີ” ທີ່ກ່າວມານັ້ນ, ທ່ານໄດ້ອະທິບາຍອ້າງເຫດມາຫຼາຍເທື່ອເພື່ອໃຫ້ບັນດານັກການເມືອງອາເມລິກາ ສະໜັບສະໜູນການເຊື່ອມຕໍ່ສາຍພົວພັນກັບຫວຽດນາມ. ຕາມທ່ານແລ້ວ, ວິວັດທະນາການເຊື່ອມຕໍ່ລະຫວ່າງສອງຝ່າຍໃນຍາມນັ້ນແມ່ນຫຍູ້ງຍາກທີ່ສຸດ, ຮຽກຮ້ອງຕ້ອງມີຄວາມກ້າກັ່ນເພື່ອຜ່ອນສັ້ນຜ່ອນຍາວຈາກສອງຝ່າຍ. ປີ 1991, ເມື່ອເລີ່ມອາຍຸການທີສອງຢູ່ສະພາສູງ ອາເມລິກາ, ທ່ານ John Kerry ໄດ້ເຮັດວຽກງານທີ່ຖືກຖືວ່າແມ່ນການຫຼິ້ນພະນັນກັບພາລະກຳດ້ານການເມືອງຂອງຕົນ: ນັ້ນແມ່ນເປັນຫົວໜ້າກໍາມາທິການກ່ຽວກັບບັນຫານັກໂທດສົງຄາມ ແລະຊາວອາເມລິກາ ຫາຍສາບສູນ (POW/MIA). ໃນຂະນະນັ້ນ, ບັນຫາຫວຽດນາມ, ແຫ່ງທີ່ປະເທດມະຫາອຳນາດອາເມລິກາ ຖືກປະລາໄຊໃນປະຫວັດສາດ, ນັ້ນຍັງຄົງແມ່ນຄວາມເຈັບແສບໃນສັງຄົມອາເມລິກາຢູ່.

leftcenterrightdel
ທ່ານ ເລວັນບ່າງ ເອກອັກຄະລັດຖະທູດຈັບມືທ່ານ Clinton ປະທານາທິບໍດີ. ພາບ: ຕໍາຫຼວດປະຊາຊົນ.

ພາຍຫຼັງການພົບປະຂັ້ນສູງຢ່າງເປັນທາງການຄັ້ງທໍາອິດຂອງສອງລັດຖະບານຫວຽດນາມ ແລະອາເມລິກາ ໃນເດືອນ ກັນຍາ 1990 ລະຫວ່າງທ່ານ ຫງວຽນເກີແທກ ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ James Baker ລັດຖະມົນຕີການຕ່າງປະເທດອາເມລິກາ ຢູ່ນິວຢອກ, ຫ້ອງການຊອກຫາທະຫານຜ່ານເສິກຫາຍສາບສູນຂອງອາເມລິກາ (MIA) ແມ່ນອົງການທໍາອິດຂອງອາເມລິກາ ໄດ້ຮັບການສ້າງຕັ້ງຢູ່ ຮ່າໂນ້ຍ ຢ່າງເປັນທາງການໃນເດືອນ ກໍລະກົດ 1991.

ເພື່ອເຮັດແຈ້ງບັນດາຂໍ້ຕິດຄັດນີ້, ໃນຕະຫຼອດໄລຍະແຕ່ປີ 1991 ເຖິງເຫດການຫັນການພົວພັນສອງປະເທດເປັນປົກກະຕິໃນປີ 1995, ທ່ານ John Kerry ໄດ້ມາຫວຽດນາມ ເຖິງ 14 ເທື່ອເພື່ອຄົ້ນຄວ້າ ແລະເບິ່ງເອກະສານ, ຮູບພາບເປັນພັນຢ່າງ, ສໍ້ຖາມຍາດຕິພີ່ນ້ອງ, ບັນດາອະດີດທະຫານຜ່ານເສີກ, ອະດີດນັກສືບຂ່າວ ແລະນັກການທູດ, ບົດລາຍງານຕ່າງໆເພື່ອຢັ້ງຢືນວ່າບໍ່ມີຄຸກປິດລັບແຫ່ງໃດຢູ່ຫວຽດນາມ. ບັນດາບົດລາຍງານຂອງທ່ານເອງໄດ້ປະກອບສ່ວນຍົກເລີກຄໍາສັ່ງຫ້າມໄປມາລະຫວ່າງຫວຽດນາມ ແລະອາເມລິກາ ໃນປີດຽວກັນ, ກໍ່ຄືເປີດຊ່ອງທາງໃຫ້ຫ້ອງການຜູ້ຕາງໜ້າວິສາຫະກິດອາເມລິກາ ແຫ່ງທໍາອິດເຂົ້າຕະຫຼາດຫວຽດນາມ ໃນປີ 1993 ແລະສຸດທ້າຍແມ່ນອອກຖະແຫຼງການຫັນການພົວພັນເປັນປົກກະຕິໃນປີ 1995.

ກໍ່ເຊັ່ນດຽວກັບທ່ານ John Kerry, ທ່ານ ເລວັນບ່າງ, ອະດີດຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ທັງແມ່ນຜູ້ຕາງໜ້າທາງ ການທູດທໍາອິດຂອງຫວຽດນາມ ຢູ່ ອາເມລິກາ ໃນໄລຍະ 1995 ໄດ້ເຂົ້າຮ່ວມບັນດາການເຈລະຈາໃຫ້ວິວັດການຫັນການພົວພັນສອງປະເທດເປັນປົກກະຕິ. ທ່ານຖືວ່າ ໃນຈຸດເວລານັ້ນ ບັນຫາຊອກຫາຊາວອາເມລິກາ ທີ່ຫາຍສາບສູນແມ່ນສິ່ງກີດຂວາງໃຫຍ່ທີ່ສຸດໃນການພົວພັນສອງປະເທດ ແລະພາຍໃນປະເທດຫວຽດນາມ. ທ່ານ ບ່າງ ເລົ່າສູ່ຟັງວ່າ ບັນຫາ MIA ໄດ້ຖືກຊັກຖາມຢູ່ວາລະປະຊຸມຂອງສະພາແຫ່ງຊາດຫວຽດນາມ. ກະຊວງການຕ່າງປະເທດໄດ້ອະພິປາຍຕໍ່ສະພາແຫ່ງຊາດກ່ຽວກັບບັນດາບາດກ້າວໃນການພົວພັນກັບອາເມລິກາ ແມ່ນຕາມມູນເຊື້ອໄກ່ເກ່ຍ, ປອງດອງກັນຂອງຊາດ ແລະສະພາແຫ່ງຊາດໄດ້ຕົກລົງ.

ທ່ານ ເລວັນບ່າງ ໃຫ້ຮູ້ວ່າ “ມີສິ່ງກີດຂວາງຫຼາຍຢ່າງ ແລະບາງເທື່ອໄດ້ກໍ່ຄວາມທໍ້ຖອຍໃຈໃຫ້ຜູ້ທີ່ມີຄວາມຫວັງຢາກພັດທະນາໄວ. ພາຍຫຼັງ 20 ປີ, ຂ້າພະເຈົ້າແມ່ນຄົນເຂົ້າຮ່ວມບັນຫານັ້ນໂດຍກົງ, ຖືກເສຍຫວັງຫຼາຍເທື່ອ. ແຕ່ຕົນມີສິ່ງທີ່ເປັນກໍາລັງໃຈ, ນັ້ນແມ່ນທັງລັດ ແລະປະຊາຊົນລ້ວນແຕ່ຢາກຍົກເວັ້ນຄຳສັ່ງຂວ້ຳບາດ”.

ບັນດາຄວາມມານະພະຍາມຂອງນັກການທູດ, ນັກການເມືອງຂອງທັງສອງຝ່າຍເຊິ່ງຕົວແທນໃຫ້ຝ່າຍອາເມລິກາ ແມ່ນທ່ານ John Mc Cain, TNS John Kerry ຫຼື ຝ່າຍຫວຽດນາມ ແມ່ນທ່ານ ຫງວຽນເກີແທກ ອະດີດລັດຖະມົນຕີການຕ່າງປະເທດ, ທ່ານ ເລວັນບ່າງ ເອກອັກຄະລັດຖະທູດ... ພ້ອມກັບຫຼາຍຄົນນັ້ນສຸດທ້າຍກໍ່ໄດ້ຮັບຜົນໃນວັນທີ 11 ກໍລະກົດ 1995 ຕາມເວລາອາເມລິກາ ຫຼື ວັນທີ 12 ກໍລະກົດ 1995 ຕາມເວລາຫວຽດນາມ, ສອງປະເທດໄດ້ຫັນການພົວພັນເປັນປົກກະຕິ, ອາເມລິກາ ຍົກເລີກການປິດລ້ອມຂວ້ຳບາດສໍາລັບຫວຽດນາມ ຢ່າງເປັນທາງການ.

ທ່ານ ເລວັນບ່າງ ເລົ່າສູ່ຟັງວ່າ “... ຂ້າພະເຈົ້າບໍ່ຄິດໄດ້ວ່າຕອນບ່າຍມື້ນັ້ນທ່ານ Clinton ປະທານາທິບໍດີອາເມລິກາ ຈະອອກຖະແຫຼງການກ່ຽວກັບບັນຫາຫວຽດນາມ ແລະສະເໜີທ່ານເອກອັກຄະລັດຖະທູດຕິດຕາມ ແລະລາຍງານໃຫ້ປະເທດຮັບຊາບ. ຕໍ່ຈາກນັ້ນຮອດເວລາ 5 ໂມງ 00 ແລງ, ທ່ານ Clinton ອອກຖະແຫຼງການຍົກເລີກຄຳສັ່ງຂວ້ຳບາດສໍາລັບຫວຽດນາມ. ຂ້າພະເຈົ້າດີໃຈຫຼາຍຈົນນໍ້າຕາອອກ”.

ຫວກຄືນໄລຍະທາງ 25 ປີຜ່ານມາ, ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ: “ໃນປະຫວັດສາດແຫ່ງການພົວພັນຕ່າງປະເທດລະຫວ່າງບັນດາປະເທດ, ໄລຍະ 20 ກວ່າປີມັນບໍ່ດົນປານໃດ. ແຕ່ສິ່ງທີ່ເບິກບານມ່ວນຊື່ນແມ່ນໃນເວລາອັນສັ້ນໆນັ້ນ, ການພົວພັນລະຫວ່າງຫວຽດນາມ-ອາເມລິກາ ບັນລຸໄດ້ຜົນງານປະທັບໃຈຫຼາຍຢ່າງ”. ບັນດາຜົນງານພັດທະນາໃນການພົວພັນສອງປະເທດໃນປະຈຸບັນໄດ້ລື່ນກາຍຄວາມສຳນຶກຂອງຜູ້ທີ່ເຂົ້າຮ່ວມເຫດການ.

ນັບແຕ່ຊຸມວັນທໍາອິດແຫ່ງການສ້າງພື້ນຖານຈົນຮອດເວລາເຫັນປະຈັກຕາການພົວພັນຫວຽດນາມ-ອາເມລິກາ, ທ່ານ John Kerry ກໍ່ດີໃຈຮັບຮອງວ່າ “ມີບາງສິ່ງແມ່ນຜິດປົກກະຕິໃນລຸ້ນຂ້າພະເຈົ້າ, ແຕ່ດຽວນີ້ໄດ້ຫັນເປັນປົກກະຕິ, ແບບທຳມະຊາດໃນການພົວພັນກັບຫວຽດນາມ”.

ໂດຍ: ໄຊນີດາ