ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມານັບມື້ນັບເລິກເຊິ່ງ, ພິເສດແມ່ນໃນບັນດາຂົງເຂດ ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ-ການລົງທຶນ... ທ່ານ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ, ດ້ວຍພື້ນຖານການພົວພັນມິດຕະພາບອັນດີງາມ ແລະຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງຝ່າຍຍັງໃຫຍ່ຫຼວງຢູ່, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ຈະສືບຕໍ່ໄດ້ຮັບການພັດທະນາຢ່າງແຮງ. ໃນໄລຍະຈະມາເຖິງ, ສອງປະເທດຄວນຍູ້ແຮງວົງເງິນການຄ້າສອງສົ້ນໃຫ້ຂຶ້ນເຖິງ 15 ຕື້ໂດລາສະຫະລັດ ຫຼື ສູງກວ່າອີກໃນປີ 2020; ສະເໜີຝ່າຍມາເລເຊຍ ເພີ່ມທະວີການນໍາເຂົ້າບັນດາຜະລິດຕະພັນສິນໃນນໍ້າ, ເຂົ້າສານ, ຜະລິດຕະພັນກະເສດຂອງຫວຽດນາມ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Saifuddin Abdullah ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍ. ພາບ: baochinhphu.vn.

ທ່ານ ຫງວຽນຊວນຟຸກ ຊົມເຊີຍຕໍ່ຄຳສະເໜີຂອງທ່ານ Saifuddin Abdullah ກ່ຽວກັບການຮ່ວມມືເຕັກໂນໂລຢີ 4.0 ແລະຊີ້ແຈ້ງວ່າ ຫວຽດນາມ ມີຄວາມຕ້ອງການ ແລະມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນຂົງເຂດນີ້.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຖ່າຍຮູບກັບທ່ານ Saifuddin Abdullah ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍ ແລະຄະນະຜູ້ແທນ. ພາບ: baochinhphu.vn.

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ ຫງວຽນຊວນຟຸກ ເຫັນດີເປັນເອກະພາບຕໍ່ທັດສະນະຮັບປະກັນຄວາມເຫັນດີເຫັນພ້ອມໃນອາຊຽນ ກ່ຽວກັບການຊຸກຍູ້ການເຈລະຈາ COC ກັບຈີນ, ໃນນັ້ນຮັບປະກັນການເຄົາລົບອະທິປະໄຕຂອງປະເທດຕ່າງໆ; ເຄົາລົບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982); ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ພາກພື້ນ.

ໂດຍ: ທະນາພອນ