ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃຫ້ຮູ້ວ່າ, ໃນຕະຫຼອດ 20 ກວ່າປີຜ່ານມາ, ທ່ານນາງ Susan Hammond ໄດ້ສະຫງວນຫຼາຍຢ່າງຢ່າງສຸດຈິດສຸດໃຈເພື່ອໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ. ບັນດາໂຄງການໂດຍທ່ານນາງ ແລະອົງການຈັດຕັ້ງ WLP ກໍ່ຕັ້ງ ແລະປະຕິບັດບໍ່ພຽງແຕ່ນໍາມາບັນດາການໜູນຊ່ວຍຢ່າງແທດຈິງໃຫ້ຜູ້ໄດ້ຮັບການຊົມໃຊ້ເທົ່ານັ້ນ, ຫາກຍັງມີຄວາມໝາຍພິເສດໃນການຮຳບາດແຜສົງຄາມອີກດ້ວຍ.

leftcenterrightdel
ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານນາງ Susan Hammond. ພາບ: qdnd.vn.

ເພື່ອເປັນການຮັບຮູ້ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານນາງ  Susan Hammond ໃນການຊຸກຍູ້ຄວາມສາມັກຄີມິດຕະພາບ, ການຮ່ວມມືປະຊາຊົນລະຫວ່າງ ຫວຽດນາມ ແລະອາເມລິກາ, ປະທານປະເທດ ສສ ຫວຽດນາມ ໄດ້ຕົກລົງປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານນາງ Susan Hammond.

ໂດຍ: ທູຈາງ