ວັນທີ 16 ພະຈິກ, ທີ່ແຂວງເຊີນລາ, ຄະນະຜູ້ແທນກອງບັນຊາການທະຫານແຂວງຫົວພັນ (ລາວ) ໂດຍທ່ານພັນເອກ ຄໍາສົນ ທິບສົມພັນ, ຫົວໜ້າກອງບັນຊາການທະຫານແຂວງຫົວພັນ ເປັນຫົວໜ້າຄະນະໄດ້ມີການພົບປະເຈລະຈາປະຈໍາປີ ຄັ້ງທີ XI ກັບຄະນະຜູ້ແທນກອງບັນຊາການທະຫານຊາຍແດນແຂວງ ເຊີນລາ ໂດຍທ່ານພັນເອກພິເສດ ເຈີ່ນກວກຖ໋າຍ, ຫົວໜ້າບັນຊາການເປັນຫົວໜ້າຄະນະ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການພົບປະເຈລະຈາ. ພາບ: Bienphong.com.vn

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາ, ປີ 2017, ທະຫານຊາຍແດນແຂວງ ເຊີນລາ ແລະກໍາລັງປ້ອງກັນຊາຍແດນແຂວງ ຫົວພັນ ໄດ້ສົມທົບກັນໃນການຄຸ້ມຄອງ, ປ້ອງກັນເສັ້ນຊາຍແດນ, ປົກຮັກຮັກສາເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນເປັນຢ່າງດີ; ເຮັດວຽກງານໂຄສະນາເຜີຍແຜ່ເປັນຢ່າງດີ, ຂົນຂວາຍປະຊາຊົນສອງຟາກຊາຍແດນຕື່ນຕົວປະຕິບັດສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກຫວຽດນາມ - ລາວ; ຢຸດຕິການເຄື່ອນໄຫວບຸກລຸກການປູກພືດຢ່າງຜິດກົດໝາຍຢູ່ສອງຟາກຊາຍແດນ; ເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບແບບພິເສດລະຫວ່າງອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນສອງຟາກຊາຍແດນ.

ບັນດາຄ້າຍທະຫານຊາຍແດນແຂວງເຊີນລາ ໄດ້ຮັກສາການປະຕິບັດລະບອບແລກປ່ຽນວຽກງານ, ແຈ້ງສະພາບການກັບບັນດາກອງຮ້ອຍທະຫານຊາຍແດນ ແລະກໍາລັງທີ່ກ່ຽວຂ້ອງຂອງແຂວງຫົວພັນ.

ກ່ຽວກັບທິດທາງການສົມທົບກັນໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຮັກສາການພົບປະຂັ້ນແຂວງຢ່າງເປັນປະຈໍາເພື່ອແລກປ່ຽນ, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງຊາຍແດນ; ຂັ້ນກອງຮ້ອຍປ້ອງກັນຊາຍແດນແລກປ່ຽນກັບບັນດາຄ້າຍທະຫານຊາຍແດນແຂວງ ເຊີນລາ ຕາມການກໍານົດເວລາສາມເດືອນ/ເທື່ອ.

leftcenterrightdel
ຫົວໜ້າຄະນະສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການພົບປະເຈລະຈາ. ພາບ: Bien phong. com.vn

ສິ້ນສຸດການພົບປະເຈລະຈາ, ຫົວໜ້າຄະນະສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ. ຕາມແຜນການ, ການພົບປະເຈລະຈາຄັ້ງທີ XII ຈະໄດ້ຈັດຕັ້ງຢູ່ກອງບັນຊາການທະຫານ ແຂວງ ຫົວພັນ (ລາວ) ໃນປີ 2018.

 

ແປໂດຍ: ຫງວຽນກຸກ