ທີ່ການເຮັດວຽກ, ສອງຝ່າຍໄດ້ໃຊ້ເວລາຫຼາຍເພື່ອແບ່ງປັນບົດຮຽນກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ບັນດາຜູ້ແທນຍັງໄດ້ຍົກອອກ 4 ຄໍາເຫັນ ລວມມີ 13 ເນື້ອໃນ, ສະແດງຄວາມເອົາໃຈໃສ່ຕໍ່ວິທີການດຶງດູດນັກທ່ອງທ່ຽວ, ວຽກງານຄຸ້ມຄອງຄວາມໝັ້ນຄົງ, ຄວາມປອດໄພ ແລະມີມາດຕະການແກ້ໄຂບັນຫາທີ່ເກີດຂື້ນໃນການແກ້ໄຂວຽກເຮັດງານທຳໃຫ້ເດັກນ້ອຍຢູ່ບັນດາເຂດທີ່ກູ້ຄືນທີ່ດິນ, ຄຸ້ມຄອງສະຖານທີ່ບັນເທີງ; ລະບຽບການຄຸ້ມຄອງດໍາເນີນທຸລະກິດຄາລາໂອເກະ, ຕະຫຼາດກາງຄືນ... ຂອງນະຄອນຫຼວງຮ່າໂນ້ຍ.

leftcenterrightdel
ທ່ານ ຮ່າມິງຫາຍ ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ມອບຂອງຂວັນທີ່ລະນຶກຂອງນະຄອນຫຼວງຮ່າໂນ້ຍ ໃຫ້ແກ່ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ. ພາບ: ຮວ່າງລິງ

ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຕີລາຄາວ່າ ບັນດາເນື້ອໃນທີ່ນະຄອນຫຼວງວຽງຈັນ ສົນໃຈແມ່ນມີຄວາມໝາຍສຳຄັນ, ທັງຮັບໃຊ້ຊີວິດທາງດ້ານຈິດໃຈຂອງປະຊາຊົນ, ທັງນຳມາເຊິ່ງແຫຼ່ງລາຍຮັບຢ່າງໃຫຍ່ຫຼວງ ແລະໝັ້ນຄົງໃຫ້ງົບປະມານ. ທ່ານ ຮ່າມິງຫາຍ ຫວັງວ່າ ສອງຝ່າຍຈະສືບຕໍ່ສົມທົບກັນ ແລະແລກປ່ຽນເພື່ອໃຫ້ຂົງເຂດດໍາເນີນທຸລະກິດກ່ຽວກັບຂົງເຂດບັນເທີງ, ພັດທະນາທ່ອງທ່ຽວຂອງສອງນະຄອນຫຼວງໃຫ້ນັບມື້ນັບພັດທະນາ.

ສ່ວນທ່ານ ພູວົງ ວົງຄຳຊາວ ໄດ້ສະແດງຄວາມຂອບໃຈຕໍ່ການແບ່ງປັນຢ່າງເປີດອົກເປີດໃຈ, ສະໜິດຕິດພັນ; ເນັ້ນໜັກວ່າ ເນື້ອໃນການແລກປ່ຽນຈະເປັນບົດຮຽນອັນລ້ຳຄ່າໃຫ້ແກ່ນະຄອນຫຼວງວຽງຈັນ ເພື່ອຍົກລະດັບຄຸນນະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ນັກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ.

ໂດຍ: ຈາງຫງວຽນ