ທ່ານນາງ ຫງວຽນຖຸ໊ຍແອງ, ປະທານກຳມາທິການສັງຄົມຂອງສະພາແຫ່ງຊາດ, ປະທານກຸ່ມສະມາຊິກສະພາແຫ່ງຊາດຍິງຂອງຫວຽດນາມ ແລະທ່ານນາງ ທຸມມາລີ ວົງພະຈັນ, ປະທານກຳມາທິການວັດທະນະທຳ-ສັງຄົມຂອງສະພາແຫ່ງຊາດ, ປະທານກຸ່ມສະມາຊິກສະພາແຫ່ງຊາດຍິງຂອງລາວ ເປັນປະທານຮ່ວມກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານນາງ ຫງວຽນຖຸ໊ຍແອງ ເຊື່ອໝັ້ນວ່າ ກອງປະຊຸມສໍາມະນາດ້ວຍ 5 ຫົວເລື່ອງສະເພາະ ພ້ອມກັບການເຄື່ອນໄຫວຕ່າງໆຢູ່ແຂວງຫຼວງພະບາງ ໃນຄັ້ງນີ້ ຈະສ້າງເປັນເວທີປາໄສທີ່ລໍ້າຄ່າເພື່ອແລກປ່ຽນ ແລະແບ່ງປັນບົດຮຽນໃນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ, ການພົບປະແລກປ່ຽນວັດທະນະທຳ, ນ້ຳໃຈສະໜິດຕິດພັນທີ່ໝັ້ນແກ່ນລະຫວ່າງສະມາຊິກສະພາແຫ່ງຊາດຍິງຂອງສອງປະເທດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບເປັນທີ່ລະນຶກ. ພາບ: nhandan.vn

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ຮັບຟັງການປະກອບຄໍາເຫັນແບ່ງປັນປະສົບການກ່ຽວກັບຫົວເລື່ອງ, ຄື: ການເຄື່ອນໄຫວຂອງສອງກຸ່ມສະມາຊິກສະພາແຫ່ງຊາດຍິງ ກ່ຽວກັບກົງຈັກ, ການຈັດຕັ້ງ, ງົບປະມານ, ແຜນການເຄື່ອນໄຫວ ແລະການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດຍິງ; ປະສົບການກ່ຽວກັບການເພີ່ມອັດຕາສ່ວນສະມາຊິກສະພາແຫ່ງຊາດຍິງ ແລະສະມາຊິກສະພາປະຊາຊົນຍິງ; ປະສົບການໃນການເຂົ້າຮ່ວມການເຄື່ອນໄຫວລັດຖະສະພາຫຼາຍຝ່າຍ, ພິເສດແມ່ນໃນການກະກຽມຈັດຕັ້ງກອງປະຊຸມ AIPA, WAIPA ແລະກອງປະຊຸມສາກົນອື່ນໆດ້ວຍຖານະເປັນປະເທດເຈົ້າພາບ; ປະສົບການໃນການສົມທົບບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍ ເຂົ້າໃນການສ້າງກົດໝາຍ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 24 ເມສາ, ສອງຝ່າຍໄດ້ດຳເນີນການໂອ້ລົມສົນທະນາ, ແລກປ່ຽນກ່ຽວກັບທິດທາງການຮ່ວມມືລະຫວ່າງສອງກຸ່ມສະມາຊິກສະພາແຫ່ງຊາດຍິງຂອງສອງປະເທດຫວຽດນາມ-ລາວ, ເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນອັນດີງາມລະຫວ່າງສອງສະພາແຫ່ງຊາດ ແລະລະຫວ່າງບັນດາສະມາຊິກສະພາແຫ່ງຊາດຍິງ, ລະຫວ່າງສະມາຊິກສະພາປະຊາຊົນຍິງຂອງສອງປະເທດໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: nhandan.vn

ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ແຮງແລກປ່ຽນການຢ້ຽມຢາມ, ການເຮັດວຽກ, ການພົບປະແລກ່ປຽນລະຫວ່າງສອງກຸ່ມສະມາຊິກສະພາແຫ່ງຊາດຍິງ ແລະບັນດາຄະນະສະມາຊິກສະພາປະຊາຊົນຍິງຂັ້ນແຂວງຂອງສອງປະເທດ; ເຂົ້າຮ່ວມ ແລະສົມທົບກັນຈັດຕັ້ງເວທີປາໄສສອງຝ່າຍ ແລະຫຼາຍຝ່າຍກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນ ແລະຖອດຖອນບົດຮຽນເຊິ່ງກັນ ແລະກັນໃນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະການເຄື່ອນໄຫວຂອງບັນດາສະມາຊິກສະພາແຫ່ງຊາດຍິງ.

ສອງຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ສ້າງຄວາມຮັບຮູ້ລວມ, ເປັນເອກະພາບຕໍ່ທັດສະນະ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນການເຄື່ອນໄຫວທີ່ມີການເຂົ້າຮ່ວມຂອງຜູ້ຕາງໜ້າຂອງສອງກຸ່ມ; ສືບຕໍ່ພົບປະ, ແລກປ່ຽນທີ່ກອງປະຊຸມ WAIPA ທີ່ຈັດຕັ້ງໃນຂອບເຂດ AIPA 45; ສືບຕໍ່ປຸກລະດົມ ແລະຍາດແຍ່ງເອົາຄວາມເອົາໃຈໃສ່, ສ້າງເງື່ອນໄຂ ກໍ່ຄືການໜູນຊ່ວຍຂອງການນຳພັກ, ລັດ ແລະສະພາແຫ່ງຊາດຂອງແຕ່ລະປະເທດຕໍ່ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດຍິງ ແລະກຸ່ມສະມາຊິກສະພາແຫ່ງຊາດຍິງ.

ໂດຍ: ທູຈາງ