ເຂົ້າຮ່ວມມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາ ລາວ; ຜູ້ຕາງໜ້າບັນດາອົງການທີ່ຢູ່ຄຽງຂ້າງສະຖານທູດ ແລະຊາວຫວຽດນາມ ທີ່ອາໄສ ແລະເຮັດວຽກຢູ່ລາວ ເປັນຈຳນວນຫຼວງຫຼາຍ.

ໃນທ່າມກາງບັນຍາກາດອັນເຄັ່ງຂຶມຂອງພິທີ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ພວມອາໄສ, ຮ່ຳຮຽນ ແລະເຮັດວຽກຢູ່ລາວ ພ້ອມກັບຊາວຫວຽດນາມ ອາໄສຢູ່ປະເທດລາວເປັນຈຳນວນຫຼວງຫຼາຍໄດ້ຖະຫວາຍທູບທຽນ, ດອກໄມ້ເພື່ອອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ເຈົ້າຊີວິດຮຸ່ງອົງຕ່າງໆ, ບັນດາບັນພະບູລຸດທີ່ມີຄຸນງາມຄວາມດີໃນການສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ພິທີຖະຫວາຍທູບທຽນອາໄລຫາເຈົ້າຊີວິດຮຸ່ງ. ພາບ: vov.vn

ແບ່ງປັນກ່ຽວກັບເຫດການ, ທ່ານ ຟ້າມວັນຮຸ່ງ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ຢູ່ລາວ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທີ 3 ທີ່ພິທີຖະຫວາຍທູບທຽນອາໄລຫາເຈົ້າຊີວິດຮຸງໄດ້ຈັດຕັ້ງຢູ່ລາວ, ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສໍາລັບຊາວຫວຽດນາມ ຢູ່ຕ່າງປະເທດ, ບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈຕິດພັນກັບປະຊາຄົມເທົ່ານັ້ນ, ຫາກຍັງປະກອບສ່ວນສຶກສາອົບຮົມລູກຫຼານຊາວຫວຽດນາມ ອາໄສຢູ່ຕ່າງປະເທດລຸ້ນທີ 2 ແລະ 3 ໃຫ້ມີຄວາມເຂົ້າໃຈຕໍ່ບັນພະບຸລຸດ, ບ້ານເກີດເມືອງນອນ ແລະບັນພະຊົນຂອງຕົນອີກດ້ວຍ.

ຜ່ານເຫດການດັ່ງກ່າວ, ພວກຂ້າພະເຈົ້າຢາກຝາກເຖິງຊາວຫວຽດນາມ ຢູ່ປະເທດລາວ ຍາມໃດກໍ່ເຕືອນໃຫ້ຄົນລຸ້ນຫຼັງໄດ້ເຂົ້າໃຈກ່ຽວກັບກົກເຄົ້າເຫງົ້າກໍຂອງຕົນ; ພ້ອມທັງດຽວກັນນັ້ນ ກໍ່ເປັນຄວາມງາມທາງດ້ານວັດທະນະທຳຈິດວິນຍານ ເພື່ອໃຫ້ຄົນລຸ້ນຫຼັງໄດ້ເຂົ້າໃຈຢ່າງເລິກເຊິ່ງວ່າບັນພະບຸລຸດຂອງພວກເຮົາໄດ້ສ້າງສາປະເທດຊາດຄືແນວໃດ, ພວກເຮົາຕ້ອງຮັກສາ ແລະປົກປັກຮັກສາໄວ້.

ຕໍ່ໜ້າດວງວິນຍານຂອງເຈົ້າຊີວິດຮຸ່ງອົງຕ່າງໆ, ປະຊາຄົມຊາວຫວຽດນາມ ຢູ່ລາວ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສືບທອດ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ສາມັກຄີ, ມານະພະຍາຍາມ, ສະໜັບສະໜູນເຊິ່ງກັນ ແລະກັນເພື່ອສ້າງປະຊາຄົມຊາວຫວຽດນາມ ຢູ່ລາວ ໃຫ້ພັດທະນາ, ເຂັ້ມແຂງ ແລະປະສົບຜົນສຳເລັດ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ສົມກັບເປັນລູກຫຼານຂອງເຈົ້າຊີວິດຮຸງ.

ໂດຍ: ຈາງຫງວຽນ