ໄປຢ້ຽມຢາມເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຕິນຈ່າວ, ນັກສຶກສາລາວ ໄດ້ໄປຢ້ຽມຢາມຕູບນ່າເນືອ, ສາລາເຕິນຈ່າວ, ຕົ້ນໂພເຕິນຈ່າວ, ຖະຫວາຍທູບທຽນຢູ່ເຂດອະນຸສອນບັນພະບຸລຸດແຫ່ງການປະຕິວັດຮຸ່ນຕ່າງໆ ແລະນັກຮຽນດີເດັ່ນຂອງປະທານໂຮ່ຈີມິນ.

leftcenterrightdel
ສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະນັກສຶກສາລາວ ຖະຫວາຍທູບທຽນຢູ່ສາລາເຕິນຈ່າວ (ເຊີນເຢືອງ). ພາບ: baotuyenquang.com.vn

ຄະນະຜູ້ແທນໄດ້ໄປຢ້ຽມຢາມເຂດປູສະນີຍະສະຖານປະຕິວັດລາວ ຢູ່ບ້ານງ່ອຍ, ດ໊າບ່ານ, ຕາແສງມິບັ່ງ (ອຽນເຊີນ),  ເຊິ່ງແມ່ນບ່ອນດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວລາວອິດສະຫຼະ ເດືອນສິງຫາ 1950, ໄດ້ເລືອກຕັ້ງລັດຖະບານຕໍ່ຕ້ານລາວ ແລະຄະນະກຳມະການສູນກາງແນວລາວອິດສະຫຼະ ຊຶ່ງເປັນສະຖານທີ່ສ້າງຂີດໝາຍການພົວພັນອັນສະໜິດສະໜົມ, ສັດຊື່ບໍລິສຸດລະຫວ່າງປະຊາຊົນສອງປະເທດຫວຽດນາມ-ລາວ, ສະຖານທີ່ທີ່ເຈົ້າ ສຸພານຸວົງ ແລະສະຫາຍ ໄກສອນ ພົມວິຫານ ພັກອາໄສ ແລະເຮັດວຽກແຕ່ເດືອນ ມິຖຸນາ 1950 ຮອດທ້າຍປີ 1951.

leftcenterrightdel
ສະມາຄົມມິດຕະພາບ ຫວຽດນາມ-ລາວ, ນັກສຶກສາລາວ ມະຫາວິທະຍາໄລເຕິນຈ່າວ ຢ້ຽມຢາມສະຖານທີ່ພັກອາໄສ ແລະເຮັດວຽກຂອງເຈົ້າ ສຸພານຸວົງ ຢູ່ໝູ່ບ້ານດ໊າບ່ານ, ຕາແສງມິບັ່ງ (ອຽນເຊີນ). ພາບ: baotuyenquang.com.vn

ກ່ອນໜ້ານັ້ນ, ວັນທີ 13 ເມສາ, ຢູ່ມະຫາວິທະຍາໄລເຕິນຈ່າວ, ສະມາຄົມມິດຕະພາບຫວຽດນາມ-ລາວ, ກອງບັນຊາການທະຫານແຂວງ, ສະມາຄົມນັກທຸລະກິດແຂວງ ໄດ້ຈັດຕັ້ງງານບຸນພົບປະແລກປ່ຽນວັດທະນະທຳລະຫວ່າງນັກສຶກສາຫວຽດນາມ-ລາວ, ຈັດຕັ້ງໃຫ້ບັນດານັກສຶກສາສາກົນຈາກລາວ ເພື່ອຕ້ອນຮັບບຸນປີໃໝ່.

ປີ 2024 ເປັນປີທີ 11 ທີ່ມະຫາວິທະຍາໄລເຕິນຈ່າວ ມີນັກສຶກສາລາວ ມາຮໍ່າຮຽນ. ຄິດໄລ່ຮອດປີ 2024, ຈຳນວນນັກສຶກສາລາວ ທີ່ຮຽນຢູ່ໂຮງຮຽນທັງໝົດມີ 60 ຄົນ, ໃນນັ້ນ ນັກສຶກສາທີ່ຮຽນຈົບ 25 ຄົນ ໄດ້ກັບຄືນບ້ານ ແລະມີວຽກເຮັດງານທຳທີ່ເໝາະສົມກັບສາຂາວິຊາທີ່ໄດ້ຮຽນມາ. ສົກຮຽນນີ້, ມີນັກສຶກສາ 35 ຄົນຮຽນຢູ່ມະຫາວິທະຍາໄລ ເຕິນຈ່າວ ໃນ 10 ສາຂາວິຊາທີ່ແຕກຕ່າງກັນ.

ໂດຍ: ທະນາພອນ