ທ່ານ ອີສີ ທັດກເສີ, ຮອງປະທານຄະນະກຳມະການປະຊາຊົນເມືອງບວນໂດນ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ປະຊາຄົມຊາວຫວຽດນາມ ທີ່ມີເຊື້ອສາຍລາວ ຢູ່ເມືອງບວນໂດນ ຍາມໃດກໍ່ມຸ່ງໜ້າໄປຫາບ້ານເກີດເມືອງນອນ, ປະເທດຊາດ, ອະນຸລັກຮັກສາວັດທະນະທຳ, ຮີດຄອງປະເພນີທີ່ເປັນເອກະລັກ. ການຮັກສາ ແລະຈັດຕັ້ງງານບຸນປີໃໝ່ແມ່ນເພື່ອແນໃສ່ເພີ່ມທະວີນ້ຳໃຈສາມັກຄີຂອງບັນດາເຜົ່າອ້າຍນ້ອງ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີແບບພິເສດຫວຽດນາມ-ລາວ.

ເອື້ອຍ  ນາງຄຸນຄຳ, ຢູ່ບ້ານ ຈີ໊, ຕາແສງ ກໂຣງນາ, ເມືອງບວນໂດນ ແບ່ງປັນວ່າ ໃນຊຸມວັນບຸນປີໃໝ່, ຄອບຄົວຂອງເອື້ອຍຍັງຮັກສາປະເພນີທີ່ເປັນມູນເຊື້ອໄວ້ຫຼາຍຢ່າງ. ນີ້ແມ່ນໂອກາດທີ່ພິເສດ, ມີຄວາມໝາຍເພື່ອຕັກເຕືອນເອື້ອຍ ແລະລຸ້ນໜຸ່ມເສີມຂະຫຍາຍ, ອານຸລັກຮັກສາເອກະລັກວັດທະນະທຳຂອງຊາດໄວ້.

leftcenterrightdel
ພິທີແຫ່ພະພຸດທະຮູບທີ່ບຸນປີໃໝ່ຢູ່ເມືອງບວນໂດນ, ແຂວງດັກລັກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນວັນຈຶ, ຕາແສງ ແອອາຕິງ, ເມືອງແອອາກາ, ໃຫ້ຮູ້ວ່າ ລາວ ແລະເພື່ອນຮ່ວມງານເຄີຍຕໍ່ສູ້, ເຮັດວຽກຢູ່ປະເທດລາວ. ສະນັ້ນ, ໃນຊ່ວງບຸນປີໃໝ່, ລາວ ແລະເພື່ອນຮ່ວມງານ ລ້ວນແຕ່ພະຍາຍາມກັບຄືນເມືອງບວນໂດນ ເພື່ອເຂົ້າຮ່ວມພິທີ.

ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງດັກລັກ ໄດ້ມອບຂອງຂວັນ 5 ພູດໃຫ້ບັນດາຄອບຄົວຊາວເຜົ່າລາວ ທີ່ດີເດັ່ນ, ສະມາຊິກສະມາຄົມມິດຕະພາບ ຫວຽດນາມ-ລາວ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງ ກໂຣງນາ. ຄະນະກໍາມະການປະຊາຊົນເມືອງບວນໂດນ ໄດ້ມອບຂອງຂວັນ 5 ພູດໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງກໂຣງນາ; ມອບໃບຍ້ອງຍໍໃຫ້ 1 ກຸ່ມ ແລະ 4 ບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນອານຸລັກຮັກສາວັດທະນະທຳທີ່ເປັນເອກະລັກຂອງຊາດໄວ້, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບ ຫວຽດນາມ-ລາວ.

ໂດຍ: ຈາງຫງວຽນ