ຕ້ອນຮັບຄະນະມີທ່ານ ບຸ່ຍວັນຕິ້ງ, ກໍາມະການສູນກາງພັກ, ເລຂາຄະນະພັກແຂວງ ຮວ່າບິ່ງ. ທີ່ການເຮັດວຽກ, ຜູ້ຕາງໜ້າສອງແຂວງໄດ້ລາຍງານໂດຍຫຍໍ້ສະພາບການພັດທະນາດ້ານເສດຖະກິດ, ສັງຄົມໃນປີ 2016. ແຂວງ ຫົວພັນ ມີລະດັບເຕີບໂຕດ້ານເສດຖະກິດດີພໍສົມຄວນ, ມີຄວາມສາມາດບົ່ມຊ້ອນໃນການພັດທະນາເຂື່ອນໄຟຟ້ານໍ້າຕົກ, ຂຸດຄົ້ນແຮ່ທາດຕ່າງໆ, ພັດທະນາຕົ້ນໄມ້ອຸດສາຫະກໍາ ແລະລ້ຽງຄວາຍ, ງົວ.

ຫົວພັນ ແມ່ນເຂດທີ່ໝັ້ນການຕໍ່ຕ້ານຂອງສອງປະເທດໃນໄລຍະຕ້ານລ່າເມືອງຂຶ້ນ, ພວກຈັກກະພັດເຂົ້າມາຮຸກຮານ. ປະຈຸບັນ, ແຂວງ ຫົວພັນ ຍັງຮັກສາປູຊະນີຍະຖານການຕໍ່ສູ້ຕ້ານ ອາເມລິກາ, ໂຮງໝໍ 100 ຕຽງໜຶ່ງຫຼັງໃນຖໍ້າຂອງທະຫານອາສາສະໝັກ ຫວຽດນາມ. ແຂວງ ຮວ່າບິ່ງ ເປັນປະຕູເຂດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ, ໃກ້ກັບນະຄອນຫຼວງ ຮ່າໂນ້ຍ, ມີລະດັບເຕີບໂຕດ້ານເສດຖະກິດ 7,62%; ມີທ່າແຮງກ່ຽວກັບການພັດທະນາຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ວັດສະດຸກໍ່ສ້າງ, ການທ່ອງທ່ຽວຊີວະພາບ…

leftcenterrightdel
                         ບັນຍາກາດໃນການເຮັດວຽກ. ພາບ: ຂ່າວສານຫວຽດນາມ

ຜູ້ຕາງໜ້າຂອງສອງແຂວງໄດ້ເຫັນດີເປັນເອກະພາບເພີ່ມທະວີສາຍພົວພັນມິດຕະພາບ ແລະຮ່ວມມືບົນພື້ນຖານການເຄົາລົບນັບຖືເຊິ່ງກັນ ແລະກັນ, ມີຄວາມສະເໝີພາບພ້ອມກັນໄດ້ຮັບຜົນປະໂຫຍດ, ເໝາະສົມກັບກົດໝາຍ, ນະໂຍບາຍຂອງ ຫວຽດນາມ - ລາວ, ເໝາະສົມກັບບັນດາເງື່ອນໄຂສາກົນທີ່ໄດ້ລົງນາມລະຫວ່າງສອງປະເທດ. ສອງແຂວງໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນບັນດາຂົງເຂດຄື: ການສຶກສາ, ສາທາລະນະສຸກ, ການຄ້າ, ການລົງທຶນ, ກະສິກໍາ, ການທ່ອງທ່ຽວ.

ໃນຂອບເຂດຂອງການຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ຮວ່າບິ່ງ, ຄະນະຜູ້ແທນແຂວງ ຫົວພັນ ໄດ້ໄປຢ້ຽມຊົມແຜ່ນສີລາປູຊະນີຍະຖານປະຫວັດສາດ - ສະຖານທີ່ດໍາເນີນກອງປະຊຸມໃຫຍ່ກະກຽມໃຫ້ກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກປະຊາຊົນປະຕິວັດ ລາວ ທີ່ກອງບັນຊາການທະຫານແຂວງ ຮວ່າບິ່ງ.

ແປໂດຍ: ຈາງຫງວຽນ